ກຳປູເຈຍ ມີນາຍົກລັດຖະມົນຕີຄົນໃໝ່ຢ່າງເປັນທາງການ

(VOVWORLD) - ວັນທີ 22 ສິງຫາ, ສະພາແຫ່ງຊາດ ກຳປູເຈຍ ໄດ້ເລືອກຕັ້ງທ່ານ Hun Manet, ອາຍຸ 45 ປີ ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່ ອາຍຸການ 2023 – 2028.
ກຳປູເຈຍ ມີນາຍົກລັດຖະມົນຕີຄົນໃໝ່ຢ່າງເປັນທາງການ - ảnh 1ທ່ານ Hun Manet ດຳລົງຕຳແໜ່ງນາຍົກລັດຖະມົນຕີຄົນໃໝ່
(ພາບ: Reuters)

        ທ່ານ Hun Manet, ເກີດວັນທີ 20 ຕຸລາ 1977. ທ່ານເປັນລູກຊາຍກົກຂອງນາຍົກລັດຖະມົນຕີ Samdech Techo Hun Sen. ທ່ານແມ່ນຊາວ ກຳປູເຈຍ ຜູ້ທຳອິດທີ່ຮຽນຈົບຈາກວິທະຍາຄານການທະຫານ West Point ຂອງ ອາເມລິກາ, ຮັບໃບປະກາດລະດັບປະລິນຍາໂທ ແລະ ປະລິນຍາເອກຂະແໜງເສດຖະກິດຢູ່ ອາເມລິກາ ແລະ ອັງກິດ. ກ່ອນທີ່ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງນາຍົກລັດຖະມົນຕີ ກຳປູເຈຍ, ທ່ານດຳລົງຕຳແໜ່ງຮອງຜູ້ບັນຊາການໃຫຍ່ກຳລັງປະກອບອາວຸດລາຊະອານາຈັກ ກຳປູເຈຍ ທັງເປັນຜູ້ບັນຊາການໃຫຍ່ກອງທັບ ກຳປູເຈຍ. ນອກຈາກບັນດາຕຳແໜ່ງສຳຄັນໃນກອງທັບແລ້ວ, ທ່ານ Hun Manet ຍັງໄດ້ເລືອກຕັ້ງໃນກຳມະການປະຈຳພັກປະຊາຊົນ ກຳປູເຈຍ (CPP) ປີ 2018…

        ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ເຊື່ອໝັ້ນວ່າ, ລັດຖະບານໃໝ່ໂດຍທ່ານ Hun Manet ເປັນນາຍົກລັດຖະມົນຕີ ຈະສົມກັບຄວາມໄວ້ເນື້ອເຊື່ອໃຈຂອງສະພາແຫ່ງຊາດ, ສືບຕໍ່ນຳມາເຊິ່ງສັນຕິພາບ ແລະ ສະຖຽນລະພາບ, ການພັດທະນາເສດຖະກິດໃຫ້ແກ່ ກຳປູເຈຍ. ພະບາດສົມເດັດ ກໍ່ຮຽກຮ້ອງໃຫ້ປະຊາຊົນ ກຳປູເຈຍ ຈົ່ງສາມັກຄີເປັນເອກະພາບກັນ, ໂດຍອີງໃສ່ນ້ຳໃຈໄກ່ເກ່ຍປອງດອງຊາດ.

        ໃນເຫດການທີ່ກ່ຽວຂ້ອງ, ຕອນເຊົ້າວັນດຽວກັນ, ບັນດາສະມາຊິກສະພາແຫ່ງຊາດ ກຳປູເຈຍ ຊຸດທີ VII ໄດ້ຮັບຮອງເອົາໂຄງຮ່າງກົງຈັກການນຳສະພາແຫ່ງຊາດ ແລະ ສະມາຊິກລັດຖະບານ ອາຍຸການໃໝ່, ພາຍຫຼັງການເລືອກຕັ້ງທົ່ວປະເທດໄດ້ດຳເນີນເປັນເວລາເກືອບ 1 ເດືອນໃນວັນທີ 23 ກໍລະກົດ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ