ກຳ​ປູ​ເຈຍ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ທຸກ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປີເປັນ ປະ​ທານ​ອາ​ຊຽນ 2022

(VOVWORLD) -ກຳປູເຈຍມີຄວາມຫວັງຢາກເຫັນປະຈັກຕາ ພາກພື້ນ ອາຊຽນ ກໍ່ຄືທົ່ວໂລກ ມີການດຳລົງຊີວິດໃນສັນຕິພາບຢ່າງຍາວນານ, ມີສະຖຽນລະພາບ ແລະ ພັດທະນາ, ວັດທະນາຖາວອນ, ດ້ວຍຄວາມເຄົາລົບອະທິປະໄຕຂອງແຕ່ລະປະເທດ, ສອດຄ່ອງກັບກົດໝາຍສາກົນ
ກຳ​ປູ​ເຈຍ ຢັ້ງ​ຢືນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນ​ຍາ​ຮັບ​ປະ​ກັນ​ທຸກ​ຄວາມ​ຮັບ​ຜິດ​ຊອບ​ໃນ​ປີເປັນ ປະ​ທານ​ອາ​ຊຽນ 2022 - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen (ພາບ: TTXVN)

ວັນທີ 12 ກັນຍາ, ກ່າວຄຳເຫັນທີ່ພິທີໄຂເວທີປາໄສຄູ່ຮ່ວມມື ແລະ ການນຳ ອາຊຽນ 2022 ດ້ວຍຫົວຂໍ້ “ຄູ່ຮ່ວມມືເພື່ອອາຊຽນຮ່ວມສຳພັນ ແລະ ມີຄວາມຮັບຜິດຊອບ” ໄດ້ດຳເນີນຢູ່ ນະຄອນຫຼວງ Phnom Penh, ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen ເນັ້ນໜັກວ່າ ດ້ວຍຖານະເປັນປະທານອາຊຽນ 2022, ກຳປູເຈຍ ໄດ້ຕັ້ງໜ້າສຸມໃສ່ເປີດກວ້າງ ແລະ ເພີ່ມທະວີການພົວພັນຮ່ວມມື ແລະ ຄູ່ຮ່ວມມືໃນທຸກຮູບແບບ ແລະ ທຸກຂົງເຂດຄື:ເສດຖະກິດ - ສັງຄົມ, ການຄ້າ, ການລົງທຶນ ແລະ ການເມືອງ ກັບບັນດາປະເທດ ທີ່ມີການພົວພັນມິດຕະພາບ, ບັນດາຄູ່ຮ່ວມມືພັດທະນາ ແລະ ປະຊາຄົມສາກົນ, ພິເສດແມ່ນຜ່ານການຈັດຕັ້ງ, ການໂອ້ລົມສົນທະນາທີ່ມີການເຂົ້າຮ່ວມຂອງທຸກຝ່າຍທີ່ກ່ຽວຂ້ອງ. ກຳປູເຈຍມີຄວາມຫວັງຢາກເຫັນປະຈັກຕາ ພາກພື້ນ ອາຊຽນ ກໍ່ຄືທົ່ວໂລກ ມີການດຳລົງຊີວິດໃນສັນຕິພາບຢ່າງຍາວນານ, ມີສະຖຽນລະພາບ ແລະ ພັດທະນາ, ວັດທະນາຖາວອນ, ດ້ວຍຄວາມເຄົາລົບອະທິປະໄຕຂອງແຕ່ລະປະເທດ, ສອດຄ່ອງກັບກົດໝາຍສາກົນ, ພິເສດແມ່ນກົດບັດ ສປຊ, ເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍອີງໃສ່ການໂອ້ລົມສົນທະນາ ແລະ ພ້ອມກັນມານະພະຍາຍາມຮັບມືກັບບັນດາສິ່ງທ້າທາຍດ້ວຍສັນຕິວິທີ, ເປີດເຜີຍ, ເຂົ້າໃຈ ແລະ ອົດທົນ.

ຕອບກັບ

ຂ່າວ/ບົດ​ອື່ນ