ກຳ​ປູ​ເຈຍ ຢ​າກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ

(VOVWORLD) - ວັນທີ 05 ກັນຍາ, ຢູ່ນອກກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 43 ຢູ່ ຈາກາຕາ (ອິນໂດເນເຊຍ), ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ມີການພົບປະຕ່າງຫາກກັບຄູ່ຕຳແໜ່ງ ມາເລເຊຍ Anwar Ibrahim ແລະ ຄູ່ຕຳແໜ່ງສິງກະໂປ ຫຼີຊຽນຫຼົງ.
ກຳ​ປູ​ເຈຍ ຢ​າກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ມາ​ເລ​ເຊຍ ແລະ ສິງ​ກະ​ໂປ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet ພົບປະເຈລະຈາກັບຄູ່ຕຳແໜ່ງ ມາເລເຊຍ Anwar Ibrahim (ພາບ: Freshnewsasia)

ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ມາເລເຊຍ, ສອງຝ່າຍໄດ້ປຶກສາຫາລືບັນດາມາດຕະການຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດການເມືອງ, ການຄ້າ, ການລົງທຶນ, ການສຶກສາ, ຄວາມໝັ້ນຄົງດ້ານພະລັງງານ, ວຽກເຮັດງານທຳ, ການປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີເນັດ ແລະ ອາດຊະຍາກຳຂ້າມຊາດ.

        ໃນຂະນະນັ້ນ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ສິງກະໂປ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາມາດຕະການເປີດກວ້າງການຮ່ວມມືປັດຈຸບັນໃນຂົງເຂດສອງປະເທດທີ່ມີຄວາມສາມາດບົ່ມຊ້ອນ. ພ້ອມດຽວກັນນັ້ນ, ສອງຝ່າຍຍັງປຶກສາຫາລືກ່ຽວກັບຄວາມອາດສາມາດຂອງ ກຳປູເຈຍ ໃນການສົ່ງອອກເຂົ້າສານ ແລະ ຜະລິດຕະພັນກະເສດອື່ນໆໄປຍັງ ສິງກະໂປ, ກໍຄື ໂຄງການກໍ່ສ້າງລະບົບສາຍໄຍແກ້ວໃຕ້ທະເລ, ເຊິ່ງເປັນສ່ວນໜຶ່ງຂອງໂຄງການການຄ້າພະລັງງານສີຂຽວລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ