ກຳປູເຈຍ ສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດ ຫວຽດນາມ

(VOVWORLD) - ພະນັກງານສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ລວມມີ 105 ຄົນໄດ້ສັກວັກຊິນໃນຕອນເວົ້າວັນທີ 23 ເມສາ. 
ກຳປູເຈຍ ສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດ ຫວຽດນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຫວູກວາງມິງ  ສັກວັກຊິນ AstraZeneca. ພາບ: VOV

  ຕອນເຊົ້າວັນທີ 23 ເມສາ, ທີ່ນະຄອນຫລວງ ພະນົມເປັນ, ກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ສົມທົບກັບກະຊວງສາທາລະນະສຸກ ໄດ້ຜັນຂະຫຍາຍການສັກວັກຊິນກັນໂຄວິດ-19 ໂດຍບໍ່ເສຍຄ່າໃຫ້ແກ່ພະນັກງານການທູດ ແລະ ຄອບຄົວພວມປະຕິບັດງານ, ດຳລົງຊີວິດຢູ່ ກຳປູເຈຍ. ຄາດວ່າ ການສັກວັກຊິນກັນໂຄວິດ-19 ໃຫ້ພະນັກງານການທູດຢູ່ ກຳປູເຈຍ ຈະດຳເນີນແຕ່ວັນທີ 23 – 26 ມີນາ ດ້ວຍຈຳນວນ 741 ຄົນທີ່ມາຈາກບັນດາອົງການສຳນັກງານຜູ້ຕາງໜ້າຂອງ 18 ປະເທດ. ພະນັກງານສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ລວມມີ 105 ຄົນໄດ້ສັກວັກຊິນໃນຕອນເວົ້າວັນທີ 23 ເມສາ. ວັກຊິນໂດຍກະຊວງສາທາລະນະສຸກ ກຳປູເຈຍ ນຳໃຊ້ເພື່ອສັກໃຫ້ພະນັກງານການທູດ ແມ່ນວັກຊິນຂອງບໍລິສັດ Astra Zeneca ຜະລິດຢູ່ ອິນເດຍ ທີ່ມີຊື່ວ່າ Covishield.

ຕອບກັບ

ຂ່າວ/ບົດ​ອື່ນ