ກຳ​ປູ​ເຈຍ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ

(VOVWORLD) -         ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອະນຸພາກພື້ນ ແມ່ນ້ຳຂອງເປີດກວ້າງ (GMS) ຄັ້ງທີ 6 ຄາດວ່າໄດ້ດຳເນີນຢູ່ນະຄອນຫຼວງ ພະນົມເປັນ ແຕ່ວັນທີ 10 – 13 ກັນຍາ.
ກຳ​ປູ​ເຈຍ ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ເປີດກວ້າງ - ảnh 1(ພາບປະກອບ: IE)

ໃນກອງປະຊຸມ, ຄະນະຜູ້ແທນລັດຖະມົນຕີສິ່ງແວດລ້ອມ ຂອງ 6 ປະເທດ GMS, ພ້ອມດ້ວຍຜູ້ຕ່າງໜ້າບັນດາອົງການ, ກະຊວງ, ຂະແໜງການ, ຄູ່ຮ່ວມມືພັດທະນາ, ຄະນະທຸຕານຸທູດ, ແຂກຖືກເຊີນພາຍໃນ ແລະ ສາກົນ, ອຳນາດການປົກຄອງທ້ອງຖິ່ນ ຈະພ້ອມກັນພິຈາລະນາ, ປຶກສາຫາລືບັນດາເອກະສານຍຸດທະສາດສຳຄັນໃນກອງປະຊຸມດັ່ງກ່າວ. ຜ່ານນັ້ນ, ສືບຕໍ່ເພີ່ມທະວີການຮ່ວມມື ເພື່ອແນໃສ່ປະຕິບັດວິໄສທັດກ່ຽວກັບເຂດອະນຸພາກພື້ນແມ່ນໍ້າຂອງເປີດກວ້າງສີຂຽວ, ສະອາດ, ສວຍງາມ ແລະ ຍືນຍົງ ໃຫ້ປະກົດຜົນເປັນຈິງ.

        ໃນຂອບເຂດກອງປະຊຸມລັດຖະມົນຕີສິ່ງແວດລ້ອມ GMS ຄັ້ງທີ 6 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ ກຳປູເຈຍ ຄັ້ງນີ້ ຍັງມີການເຄື່ອນໄຫວວາງສະແດງແນະນຳບັນດາຜົນງານ, ຂໍ້ລິເລີ່ມປະກອບສ່ວນຄຸ້ມຄອງ ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດຢ່າງມີ ປະສິດທິຜົນຂອງບັນດາອົງການຈັດຕັ້ງ, ກະຊວງ, ຂະແໜງການ, ຄູ່ຮ່ວມມືພັດທະນາ, ບໍລິສັດ, ວິສາຫະກິດ, ສະມາຄົມ... ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ