ກຳປູເຈຍ ເລີ່ມດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງສະພາແຫ່ງຊາດ

(VOVWORLD) - ຕອນເຊົ້າວັນທີ 07 ກໍລະກົດ ຢູ່ປະເທດ ກຳປູເຈຍ, 20 ພັກການເມືອງໄດ້ເລີ່ມດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງສະພາແຫ່ງຊາດ ຊຶ່ງຄາດວ່າຈະໄດ້ຈັດຕັ້ງໃນວັນທີ 29 ກໍລະກົດ ຈະມາເຖິງ.
ກຳປູເຈຍ ເລີ່ມດຳເນີນບັ້ນຂົນຂວາຍຫາສຽງເລືອກຕັ້ງສະພາແຫ່ງຊາດ - ảnh 1(ພາບປະກອບ AFP/TTXVN)

ນີ້ແມ່ນການເລືອກຕັ້ງສະພາແຫ່ງຊາດຊຸດທີ 6 ນັບແຕ່ເມື່ອ ກຳປູເຈຍ ດຳເນີນການເລືອກຕັ້ງຫລາຍພັກໃນປີ 1993 ໂດຍພາຍໃຕ້ການອຸປະຖຳຂອງສະຫະປະຊາຊາດ. ຕາມສຳນັກງານການປົກຄອງ ພະນົມເປັນ ແລ້ວ, ພັກປະຊາຊົນ ກຳປູເຈຍ (CPP) ກຳອຳນາດໄດ້ລະດົມສະມາຊິກພັກ ແລະ ຜູ້ສະໜັບສະໜູນປະມານ 60.000 ຄົນ ເຕົ້າໂຮມຢູ່ສູນຕະຫລາດນັດວາງສະແດງເກາະ Koh Pich, ຫລັງຈາກນັ້ນ ຈະເດີນຂະບວນຕາມບັນດາຖະໜົນຫົນທາງຂອງ 12 ເມືອງຢູ່ນະຄອນຫລວງ ພະນົມເປັນ. ບັນດາພັກອື່ນໆຄື: ພັກພັນທະມິດເພື່ອປະຊາທິປະໄຕໄດ້ລະດົມ 15.000 ຄົນ; ພັກ Funcinpec ໄດ້ເຕົ້າໂຮມ 2.000 ຄົນ.

        ບັ້ນຂົນຂວາຍຫາສຽງເລືອກຕັ້ງສະພາແຫ່ງຊາດຊຸດນີ້ ຈະດຳເນີນໃນເວລາ 20 ວັນ,  ແລະ ຈະຢຸດຕິລົງໃນວັນທີ 27 ກໍລະກົດ ເພື່ອດຳເນີນການປ່ອນບັດໃນວັນທີ 29 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ