ກຳ​ປູ​ເຈຍ ແຈ້ງ​ໝາກ​ຜົນ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ອາ​ຊຽນ ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ​ໃຫ້​ແກ່ ມຽນມາ

(VOVWORLD) -ຕອນຄ່ຳວັນທີ 6 ພຶດສະພາ, ໃນຖານະເປັນປະເທດປະທານໝູນວຽນ ອາຊຽນ, ກະຊວງການຕ່າງປະທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ປະກາດໝາກຜົນກ່ຽວກັບກອງປະຊຸມປຶກສາຫາລືການໜູນຊ່ວຍມະນຸດສະທຳຂອງ ອາຊຽນ ໃຫ້ແກ່ ມຽນມາ ຖືກຈັດຂຶ້ນຜ່ານຮູບແບບໂດຍກົງ ແລະ ທາງໄກຈາກສະຖານທີ່ເຊື່ອມຕໍ່ຢູ່ ພະນົມເປັນໃນວັນທີ 6 ພຶດສະພາ.

  ກອງປະຊຸມໄດ້ເຫັນດີວ່າ ສູນ AHA ຈະປຶກສາຫາລືກັບກຸ່ມຮັບຜິດຊອບວຽກງານ ມຽນມາ ຢ່າງແໜ້ນແຟ້ນ ເພື່ອກຳນົດວຽກງານຜັນຂະຫຍາຍຂອບເຂດໜ້າທີ່ຢູ່ບັນດາລັດ ແລະ ຂົງເຂດຕ່າງໆຂອງ ມຽນມາ. ດ້ວຍຄວາມເຫັນດີເຫັນພ້ອມຂອງກຸ່ມຮັບຜິດຊອບວຽກງານ ມຽນມາ ແລະ ສູນ AHA ຈະຊຸກຍູ້ການມອບເຄື່ອງຊ່ວຍເຫຼືອ. ກຸ່ມຮັບຜິດຊອບວຽກງານ ກ່ຽວກັບ ມຽນມາຈະຮັບປະກັນຄວາມສະຫງົບປອດໄພໃຫ້ແກ່ບັນດາສະມາຊິກໃນກຸ່ມຊ່ວຍບັນເທົາທຸກ.

        ສູນ AHA ແລະ ກະຊວງສາທາລະນະສຸກ ມຽນມາ ເຫັນດີຈັດສົ່ງວັກຊິນກັນພະຍາດໂຄວິດ - 19 ໄປຍັງເຂດທີ່ມີຄວາມຕ້ອງການ ຢ່າງທັນການ ແລະ ຜັນຂະຫຍາຍການສັກວັກຊິນຢູ່ຕາແສງຕ່າງໆ.


ຕອບກັບ

ຂ່າວ/ບົດ​ອື່ນ