ກຳປູເຈຍ ແລະ ໄທ ເປັນເອກະພາບກັນຖອນທະຫານອອກຈາກເຂດຊາຍແດນທີ່ພວມພິພາດກັນ

ກຳປູເຈຍ ແລະ ໄທ ເປັນເອກະພາບກັນຖອນທະຫານອອກຈາກເຂດຊາຍແດນທີ່ພວມພິພາດກັນ - ảnh 1

ທະຫານ ກຳປູເຈຍ ຢູ່ ພະວິຫານ Preah Vihear
(ພາບປະກອບ)

(vovworld) - ​ທີ່​ການ​ປະຊຸມ​ຂ່າວ​​ເມື່ອ​ຕອນ​ບ່າຍ​ວັນ​ທີ 13/7 ຢູ່ ​ໂຮງ​ແຮ​ມ Sokha, ​​ເທດສະບານ Siem Reap ປະ​ເທດ ກຳປູ​ເຈຍ, ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Hunsen ​ແລະ ຜູ້ຮ່ວມ​ຕຳ​ແໜ່​ງ ​ໄທ ຍິງຣັກ ຊິນ​ນະ​ວັດ ​ໃຫ້​ຮູ້​ວ່າ: ​ເຂົາ​ເຈົ້າ​ໄດ້​ເຫັນ​ດີ​​ເປັນ​ເອກະ​ພາບ​ກັນກ່ຽວ​ກັບ​ເລື່ອງ​ທະຫານ ກຳປູ​ເຈຍ ​ແລະ ​ໄທ ຈະຖອນ​ອອກ​ຈາກ​ເຂດ​ປອດ​ການ​ທະຫານ​ຊົ່ວຄາວ (ລື PDZ) ຢູ່ອ້ອມ​ພະ​ວິຫານ Preah Vihear ​ໃນ 2, 3 ມື້​ຈະ​ມາ​ເຖິງ. ຂໍ້​ຕົກລົງ​ດັ່ງກ່າວ​ບັນລຸ​ໄດ້​ພາຍຫຼັງ​ທີ່​ທ່ານ​ນາງ ຍິງຣັກ​ເຫັນ​ດີ​ຕໍ່​ຂໍ້​ສະ​ເໜີ​ຖອນ​ທະຫານ ​ໂດຍ​ທ່ານ Hunsen ຍົກ​ອອກ​ມາ ​ເພື່ອ​ແນ່​ໃສ່​ປະຕິບັດ​ຄຳ​ຕັດສິນ​ຂອງ​ສານຍຸດຕິ​ທຳ​ສາກົນ (ຫຼື ICJ) ​ເມື່ອ​ວັນ​ທີ 18/7/2011. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ​ນາຍົກລັດຖະມົນຕີ Hunsen ​ເນັ້ນ​ໜັກ​ວ່າ: “ມາດ​ຕະການ​ຖອນ​ທະຫານ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ”. ທ່ານ​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ບັນດາ​ທະຫານ​ຈະ​ໄດ້​ຮັບ​ການປ່ຽນ​ແທນ​ດ້ວຍກຳລັງ​ຕຳຫຼວດ.


ຂ່າວ/ບົດ​ອື່ນ