ກຳ​ປູ​ເຈຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດການ​ຄ້າ​ເສ​ລີ ພາຍຫຼັງ​​ກໍ​ລະ​ນີ​ໂຈະການ​ນຳ​ເຂົ້າ​ປາ​ໜັງ 4 ຊະ​ນິດ​ ຈາກ ຫວຽດ​ນາມ

(VOVWORLD) -ກຳປູເຈຍ ຈະພະຍາຍາມປຶກສາຫາລືຢູ່ພາຍໃນເພື່ອຊອກຫາມາດຕະການເໝາະສົມ ເພື່ອແກ້ໄຂບັນຫາ, ແນໃສ່ນຳການເຄື່ອນໄຫວການຄ້າສອງຝ່າຍ ກັບຄືນສູ່ເປັນປົກກະຕິ.
ກຳ​ປູ​ເຈຍ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດການ​ຄ້າ​ເສ​ລີ ພາຍຫຼັງ​​ກໍ​ລະ​ນີ​ໂຈະການ​ນຳ​ເຂົ້າ​ປາ​ໜັງ 4 ຊະ​ນິດ​ ຈາກ ຫວຽດ​ນາມ - ảnh 1ການປຸງແຕ່ງປາໜັງສົ່ງອອກຂອງ ຫວຽດນາມ (ພາບ:  TTXVN)

ວັນທີ 5 ມັງກອນ, ກະຊວງການຄ້າ ກຳປູເຈຍ  ໄດ້ສົ່ງໜັງສືຕອບຢ່າງເປັນທາງການກ່ຽວກັບເລື່ອງ ວັນທີ 8 ມັງກອນ 2021, ກະຊວງກະສິກຳ - ປາໄມ້ ແລະ ການປະມົງ ກຳປູເຈຍ ໄດ້ອອກແຈ້ງການໂຈະການນຳເຂົ້າປາໜັງ 4 ຊະນິດຈາກບັນດາປະເທດບ້ານໃກ້ເຮືອນຄຽງທີ່ມີຊາຍແດນຕິດຈອດກັນ, ໃນນັ້ນ ມີ ຫວຽດນາມ.

        ຕາມນັ້ນແລ້ວ, ໃນໜັງສືທາງການຂອງກະຊວງການຄ້າ ກຳປູເຈຍ ຊີ້ແຈ້ງວ່າ ຝ່າຍ ກຳປູເຈຍ ຈະພະຍາຍາມປຶກສາຫາລືຢູ່ພາຍໃນເພື່ອຊອກຫາມາດຕະການເໝາະສົມ ເພື່ອແກ້ໄຂບັນຫາ, ແນໃສ່ນຳການເຄື່ອນໄຫວການຄ້າສອງຝ່າຍ ກັບຄືນສູ່ເປັນປົກກະຕິ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ. ຝ່າຍ ກຳປູເຈຍ ກໍຢັ້ງຢືນຄຳໝັ້ນສັນຍາຄືນໃໝ່ວ່າ ຈະປະຕິບັດ ແລະ ສະໜັບສະໜູນ ຫວຽດນາມ ບົນຈິດໃຈ ຫັນການຄ້າເປັນເສລີ ໃນຂອບເຂດການຄ້າຫຼາຍຝ່າຍ ແລະ ປະຊາຄົມເສດຖະກິດ ອາຊຽນ./.


ຕອບກັບ

ຂ່າວ/ບົດ​ອື່ນ