ກຳປູເຈຍ:NECຖະແຫຼງບໍ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຄືນໃໝ່

ກຳປູເຈຍ:NECຖະແຫຼງບໍ່ດຳເນີນການເລືອກຕັ້ງສະພາແຫ່ງຊາດຄືນໃໝ່ - ảnh 1
ທ່ານ​ນາຍົກລັດຖະ​ມົນຕີ Hun Sen ທີ່ກອງປະຊຸມໃນວັນທີ 25/9
(ພາບ: AFP/TTXVN)


(vovworld) – ວັນ​ທີ 21/12, ​ໂຄສົກ​ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ກຳປູ​ເຈຍ (NEC), ທ່ານ Tep Nitha ຊີ້​ແຈ້ງວ່າ: ​ໃນ​ກົດໝາຍກໍ່​ຄື​ລັດຖະທຳ​ມະນູນ​ຂອງ ກຳປູ​ເຈຍ ບໍ່​ກຳນົດ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່, ຫາກ​ຍັງ​ເຕື້ອງ​ເຖິງ​ເລື່ອງ​ດຳ​ເນີນ​ການເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່. ການ​ເລືອກ​ຕັ້ງ​ນີ້​ພຽງ​ແຕ່​ຖືກ​ດຳ​ເນີນ​ໄປ​ໃນ​ກໍລະນີ​ສະພາ​ແຫ່ງ​ຊາດ​ຖືກ​ຍຸບ​ເລີກ​ກ່ອນ​ກຳນົດ​ເວລາ, ​ໃນ​ຂະນະ​ນັ້ນ, ລັດຖະທຳ​ມະນູນ​ໄດ້​ກຳນົດ​ຢ່າງ​ລະອຽດ​ວ່າ: ສະ​ພາ​ແຫ່ງ​ຊາດ​ບໍ່​ສາມາດ​ຍຸບ​ເລີກ​ກ່ອນ​ກຳນົດ​ເວລາ, ​ເວັ້ນ​ເສຍ​ແຕ່​ກໍລະນີ​ສະພາ​ແຫ່ງ​ຊາດ​ຊຸດຖືກ​ຍຸ​ບ​ເລີກ​ເປັນ 2 ຄັ້ງ​ໃນ​ຮອບ​ເວລາ 12 ​ເດືອນ. ດັ່ງ​ນັ້ນ, ຈະ​ບໍ່​ມີ​ເລື່ອງ​ເລື​ອກຕັ້ງ​ສະພາ​ແຫ່ງ​ຊາດ​ໃໝ່​ຢູ່ກຳ​ປູ​ເຈຍ​ຕາມ​ຄຳ​ຮຽກຮ້ອງ​ຂອງ​ພັກ​ກູ້​ຊາດ (CNRP). ຫາງ​ສຽງ​ຢູ່​ພະນົມ​ເປັນ​ກໍ່​ສະ​ແດງ​ຄວາມ​ບໍ່ພໍ​ໃຈ​ຕໍ່​ເນື່ອງ CNRP ຈັດ​ຕັ້ງ​ການ​ແຫ່​ຂະ​ບວນປະ​ທ້ວງຕາມ​ທ້ອງ​ຖະໜົນ​ຢ່າງ​ລຽນຕິດ​ໃນ​ຊຸມ​ວັນ​ມໍ່​ໆ​ມານີ້.

    ​ໃນ​ຂະນະ​ນັ້ນ, ປະທານ​ພັກ ກູ້​ຊາດ ກຳ​ປູ​ເຈຍ (CNRP) ຝ່າຍ​ຄ້ານ ທ່ານ Sam Rainsy ຖະ​ແຫຼ​ງບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບຂະໜາດ​ໃຫຍ່​ສຸດ​ນັບ​ແຕ່​ກ່​ອນມ​າຕ້ານ​ລັດຖະບານ​ຂອງ​ນາຍົກລັດຖະມົນຕີ Hun Sen ຈະ​ເລີ່​ມຈັດ​ຕັ້ງ​ໃນ​ວັນ​ທີ 22/12. ທ່ານ Sam Rainsy ຖະ​ແຫຼ​ງວ່າ “ນີ້​ແມ່ນ​ຄື້ນຟອງ​ຍັກ​ທາງ​ດ້ານ​ການ​ເມືອງ” ​ເພື່ອ​ຮຽກຮ້ອງ​ໃຫ້​ທ່ານ​ນາຍົກລັດຖະ​ມົນຕີ Hun Sen ລາ​ອອກ​ຈາກ​ຕຳ​ແໜ່​ງ ຫຼື ດຳ​ເນີນ​ການ​ເລືອກ​ຕັ້ງ​ຄືນ​ໃໝ່.

ຂ່າວ/ບົດ​ອື່ນ