ກຳປູເຈຍກະກຽມຈັດການເລືອກຕັ້ງສະພາປະຊາຊົນຂັ້ນເມືອງ,ແຂວງ,ນະຄອນ

ກຳປູເຈຍກະກຽມຈັດການເລືອກຕັ້ງສະພາປະຊາຊົນຂັ້ນເມືອງ,ແຂວງ,ນະຄອນ - ảnh 1
ຮອງ​ປະທານ Kem Sokha ໃນການພົບປະກັບຜູ້ສະໜັບສະໜູນຢູ່ແຂວງ Kanda
(ພາບ: The Phnom Penh Post)

(vovworld) –  ທ່ານ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​​ເລືອກ​ຕັ້ງແຫ່ງ​ຊາດ ກຳປູ​ເຈຍ (NEC) Tep Nitha ​ໃຫ້​ຮູ້​ວ່າ: ການ​ໂຄສະນາ​ເຜີຍ​ແຜ່​ໃຫ້​ແກ່​ການ​ເລືອກ​ຕັ້ງ​ສະພາປະຊາຊົນ​ເມືອງ, ​ແຂວງ, ນະຄອນ ຢູ່ກຳ​ປູ​ເຈຍ ​ໄດ້​ເລີ່​ມຮັບ​ການຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 2/5 ດ້ວຍ​ເລື່ອງ ພັກ​ກູ້​ຊາດ (CNRP) ​ເຕົ້າ​ໂຮມ​ຢູ່​ກາງແຈ້ງທີ່ແຂວງ Kandal, ​ໃນ​ຂະນະ​ທີ່​ 4 ພັກ​ການ​ເມືອງ​ອື່ນ​ເຂົ້າ​ຮ່ວມ​ການ​ຫາ​ສຽງ​ເລືອກ​ຕັ້ງ, ​ໃນ​ນັ້ນ​ມີ​ພັກ ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ, ມີ​ການ​ພົບ​ປະ​ສັງ​ສັນ​ຕ່າງໆຢູ່​ບັນດາ​ສຳນັກງານ​ຂອງ​ພັກ​ນີ້​ຢູ່​ນະ​ຄອນ​ຫຼວງ ພະນົມ​ເປັນ ​ແລະ ບັນດາ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ. ຕາມ​ທ່ານ Tep Nitha ​ແລ້ວ, NEC ພວມ​ຄົ້ນ​ຄ້ວາ​ໃບ​ຄຳ​ຮ້ອງ​ຂອງ​ພັກ CNRP ສະ​ເໜີ​ໃຫ້​ດຳ​ເນີນ​ການ​ສວນສະໜາມ​ເພື່ອ​ຂົນ​ຂວາ​ຍການ​ເລືອກ​ຕັ້ງ​ຢູ່ ພະນົມ​ເປັນ ​ແລະ ຈະ​ທາບທາມ​ຄວາມເຫັນ​ຂອງ​ສຳນັກງານອຳນາດ​ການ​ປົກຄອງ​ນະຄອນ​ຫຼວງ​ພະນົມ​​ເປັນ ​ແລະ ຄະນະ​ກຳມະການ​ຜູ້​ປະຈຳການ​ກ່ຽວກັບ​ການ​ປ້ອງກັນ​ຄວາມ​ສະຫງົບ​​ໃຫ້​ແກ່​ການ​ເລືອກ​ຕັ້ງ. ຕາມ​ທ່ານ Eng Chhay Eng, ​ປະທານ​ຄະນະ​ພັກ​ແຂວງ Kandal ຂອງ CNRP ​ແລ້ວ, ພາຍຫຼັງ​​ການ​ຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຢູ່​​ແຂວງ Kandal ດຳ​ເນີນ​​ໄປຢ່າງ​ສະດວກ, ທ່ານ​ປະທານ Sam Rainsy ​ແລະ ຮອງ​ປະທານ Kem Sokha ຈະ​​ພົບ​ປະກັບບັນດາ​ຜູ້​ສະໜັບສະໜູນ​ຢູ່​ນະຄອນຫຼວງ ພະນົມ​ເປັນ.




ຂ່າວ/ບົດ​ອື່ນ