ກຳປູເຈຍກະຕຸກຊຸກຍູ້ບັນດາຝ່າຍແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກຜ່ານການເຈລະຈາ

ກຳປູເຈຍກະຕຸກຊຸກຍູ້ບັນດາຝ່າຍແກ້ໄຂການຂັດແຍ້ງຢູ່ທະເລຕາເວັນອອກຜ່ານການເຈລະຈາ - ảnh 1
ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen
(ພາບປະກອບ)


​​(vovworld) - ​ກ່າວຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງຂົວ​ແຫ່ງ​ໜຶ່ງ​ຂ້າມ​ແມ່​ນ້ຳ Kandal ຂອງ​ກຳປູ​ເຈຍ ​ໃນ​ວັນ​ທີ 03/08, ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ Hun Sen ​ໄດ​້​ກະຕຸກ​ຊຸກຍູ້​ບັນດາ​ຝ່າ​ຍທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​​​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ສືບ​ຕໍ່​​ເຈລະຈານຳ​ກັນ. ທ່ານລັດຖະມົນຕີ Hun Sen ຢືນຢັນ​ວ່າ, ກຳປູ​ເຈ​ຍ ຮັກສາ​ລັກ​ໝັ້ນ​ເປັນ​ຄົນ​ກາງ​​​ໄກ່​ເກ່ຍໃນ​ການ​ຂັດ​ແຍ້​ງກັນຢູ່​ທະ​ເລ​ຕາ​ເວັນ​ອອກ, ພ້ອມ​ທັງ​ຖື​ວ່າ, ​ເລື່ອງ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງກັນຕ້ອງ​ຜ່ານ​ການ​ເຈະລະຈາ. ທ່ານ​ເນັ້ນ​ໜັກ​ວ່າ, ບັນດາ​ປະ​ເທດ​ຕ້ອງ​ປະຕິບັດ​ຖະ​ແຫຼງການກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​​ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ປຶ​ກສາ​ຫາລື​ກ່ຽວ​ກັບ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່່າຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).

ຂ່າວ/ບົດ​ອື່ນ