ກຳ​ປູ​ເຈຍ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ -ປາ​ຊີ​ຟິກ

(VOVWORLD) -  ຕອນເຊົ້າວັນທີ 28ຕຸລາ, ທ່ານ Ek Tha ໂຄສົກຫ້ອງວ່າການສະພາລັດຖະມົນຕີ ກຳປູເຈຍ ໃຫ້ຮູ້ວ່າ ກຳປູເຈຍຈະສົມທົບກັບສະຫະພັນສັນຕິພາບທົ່ວໂລກ (UPF) ຮ່ວມຈັດຕັ້ງກອງປະຊຸມສຸດຍອດອາຊີ -ປາຊີຟິກ (APS) 2019 ຢູ່ Phnom Penh ໃນລະຫວ່າງ ວັນທີ 18 – 20 ພະຈິກ. 
ກຳ​ປູ​ເຈຍ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊີ -ປາ​ຊີ​ຟິກ - ảnh 1ນະຄອນ Phnom Penh  ປະເທດ ກຳປຸເຈຍ (ພາບ: Asian Nikkei Review) 

ທ່ານ Ek Tha ໃຫ້ຮູ້ວ່າ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ຈະເປັນປະທານຂອງພິທີໄຂກອງປະຊຸມທີ່ມີຫົວຂໍ້ວ່າ “ຮັບມືກັບບັນດາສິ່ງທ້າທາຍຕົ້ນຕໍໃນປັດຈຸບັນ: ການອີງໃສ່ລວມ, ຄວາມໄກ່ເກ່ຍປ່ອງດອງຊາດ, ວັດທະນາຖາວອນລວມ ແລະ ມູນຄ່າທົ່ວໂລກ”. ຄາດວ່າ, ຈະມີການເຂົ້າຮ່ວມຂອງ ແຂກສາກົນປະມານ 500 ຄົນທີ່ມາຈາກ 50 ປະເທດ ແລະ ພາກພື້ນ.

ຕາມລາຍງານຂອງ ຫ້ອງວ່າການສະພາລັດຖະມົນຕີ ກຳປູເຈຍແລ້ວ, ກອງປະຊຸມ APS 2019 ຈະສະແດງໃຫ້ເຫັນບັນດາຜົນກະທົບອັນຕັ້ງໜ້າຂອງການຮ່ວມມືລະຫວ່າງລັດຖະບານ ແລະ ສັງຄົມພົນລະເຮືອນສຳລັບການສ້າງສັນຕິພາບ ແລະ ຄວາມໄກ່ເກ່ຍປ່ອງດ່ອງຊາດ, ການພັດທະນາແບບຍືນຍົງ, ການຮ່ວມມື ວັດທະນາຖາວອນ ແລະ ວິທີການແກ້ໄຂດີທີ່ສຸດໃຫ້ແກ່ບັນດາບັນຫາສຳຄັນ.

ຕອບກັບ

ຂ່າວ/ບົດ​ອື່ນ