ກຳປູເຈຍຈັບຕົວສະມາຊິກລັດຖະສະພາຍ້ອນຖືກກ່າວຫານຳໃຊ້ແຜນທີ່ປອມກ່ຽວກັບເສັ້ນຊາຍແດນ

ກຳປູເຈຍຈັບຕົວສະມາຊິກລັດຖະສະພາຍ້ອນຖືກກ່າວຫານຳໃຊ້ແຜນທີ່ປອມກ່ຽວກັບເສັ້ນຊາຍແດນ - ảnh 1
​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ Um Sam An ຖືກຈັບ​ຕ​ົວ
(ພາບ: Fresh News)

(vovworld) - ຕຳ​ຫຼວດ​ກຳ​ປູ​ເຈຍ ໄດ້​ຈັບ​ຕ​ົວ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ Um Sam An ຂຶ້​ນ​ກັບ​ພັກ​ຝ່າຍ​ຄ້ານ​ກູ້​ຊາດ (CNRP) ດ້ວຍ​ຄຳ​ກ່າວ​ຫາ​ນຳ​ໃຊ້​ແຜນ​ທີ່​ປອ​ມ​ກ່ຽວ​ກັບ​ເສັ້ນ​ຊາຍ​ແດນ​ກັບ​ຫວຽດ​ນ​າມ. ຕາມ​ໜັງ​ສື​ພິມ​ເອ​ເລກ​ໂຕ​ນິກ “ຂ່າວດ່ວນກ​ຳ​ປູ​ເຈຍ” ແລ້ວ, ທ່ານ Um Sam An ຖືກ​ຕຳ​ຫຼວດ​ຈັບ​ຕົວ​ຢູ່​ແຂວງ Siem Reap ໃນ​ຕອນ​ເຊົ້າ​ວັນ​ທີ 11/04. ຜູ້ນີ້​ຫາ​ກໍ​ກັບ​ເມືອ​ກຳ​ປູ​ເຈຍ ໃນ​ຕອນ​ເຊົ້າ​ວັນ​ທີ 10/04 ພາຍ​ຫຼັງ​ໄລ​ຍະ​ໜຶ່ງ​ທີ່​ລົບ​ໜີ​ຢູ່​ຕ່າງ​ປະ​ເທດ ເພື່ອ​ຫຼີກ​ລ້ຽງ​​ໝາຍ​ຈັບ​ຂອງ​ຕຳ​ຫຼວດ. ເດືອນ 09/2015, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ Hun Sen ໄດ້​ກ່າວ​ເຕືອນ​ວ່າ ຈະ​ນຳ​ໃຊ້​ທຸກ​ມາດ​ຕະ​ການ​ຢ່າງ​ແຮງ​ສຳ​ລັບ​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ອົງ​ການທີ່​ປຸກ​ປັ່ນ, ຍຸ້​ແຍ່, ແບ່ງ​ແຍກ, ກໍ່​ຄວາມ​ຂາດ​ສະ​ຖຽນ​ລະ​ພາບ​ດ້ານ​ກາ​ນ​ເມືອງ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ ແລະ ເຮັດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ເຂ​ດ​ຊາຍ​ແດນ.

ຂ່າວ/ບົດ​ອື່ນ