ກຳປູເຈຍຈັບຕົວເຂົ້າໜ້າທີ່CNRPທີ່ເສກສັນປັ້ນແຕ່ງນະໂຍບາຍຂອງຫວຽດນາມ

ກຳປູເຈຍຈັບຕົວເຂົ້າໜ້າທີ່CNRPທີ່ເສກສັນປັ້ນແຕ່ງນະໂຍບາຍຂອງຫວຽດນາມ - ảnh 1
ກຳປູເຈຍຈັບຕົວເຂົ້າໜ້າທີ່ CNRP ທີ່
ເສກສັນປັ້ນແຕ່ງນະໂຍບາຍຂອງຫວຽດນາມ
(ພາບ: PhnomPenhPost)


(vovworld) – ວັນ​ທີ 07/09, ທ່ານ​ Chhea Tang Sorn, ປະທານ​ບໍລິຫານ​ພັກ​ກູ​້ຊາ​ດ ກຳປູ​ເຈ​ຍ (CNRP) ຂອງ​ເມືອງ Prey Kabbas, ​ແຂ​ວງ Takeo ຖືກ​ຕຳຫຼວດ​ຈັບ​ຕົວ ຍ້ອນ​ແຈກ​ຢາຍ​ເອກະສານດ້ວຍ​ເນື້ອ​ໃນ​ຜິ​ດພາດ​ກ່ຽວ​ກັບ​ນະ​ໂຍບາຍຂອງຫວຽດນາມ ສຳ​ລັບ​ກຳ​ປູ​ເຈ​ຍ, ສົ່ງ​ຜົນ​ສະ​ທ້ອນເຖິງ​​ຄວາມ​ສະຫງົບ​ປອດ​ໄພແຫ່ງ​ຊາດ. ຕຳຫຼວດ​ແຂວງ Takeo ​ໃຫ້​ຮູ້​ວ່າ, ວັນ​ທີ 29/08, ທີ່​ການ​ເຕົ້າ​ໂຮມ​ບັນດາ​ຜູ້​ສະໜັບສະໜູນ CNRP ຢູ່​ເມືອງ Prey Kabbas, ທ່ານ Chhea Tang Sorn ​ໄດ້​ແຈກ​ຢາ​ຍ​ໃບ​ປິວທີ່ເສກ​ສັນ​ປັ້ນ​ແຕ່ງ ຫວຽດນາມ ນຳ​ໃຊ້​ນະ​ໂຍບາຍ​ມ້າງ​ທຳລາຍ​ກຳ​ປູ​ເຈຍ. ຕຳຫຼວດ​ຢືນຢັນ​ວ່າ, ບັນດາ​ເນື້ອ​ໃນ​ຂອງ​​ໃບ​ປິວ ​ໂດ​ຍປະທານ Chhea Tang Sorn ​ແຈກ​ຢາຍ ​ແມ່ນ​ບໍ່​ມີ​ຫຼັກ​ຖານ, ສະ​ນັ້ນ ການ​ກະທຳ​ນີ້​ຖື​ກຖື​ວ່າ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບປອດ​ໄພ​ແຫ່ງຊາດ.

ຂ່າວ/ບົດ​ອື່ນ