ກຳປູເຈຍຈະຈັດຕັ້ງພິທີງານສົບທ່ານCheaSimໃນວັນທີ19/6

ກຳປູເຈຍຈະຈັດຕັ້ງພິທີງານສົບທ່ານCheaSimໃນວັນທີ19/6 - ảnh 1
ທ່ານ Chea Sim
(ພາບ: AP)

(vovworld) – ໂຄ​ສົກ​ຂອງ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ (CPP) ກຳ​ອຳ​ນາດ, ທ່ານ Chhim Phalvarun, ປະ​ກາດ​ວ່າ: ປະ​ທານ​ພັກ​ນີ້, ທ່ານ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ Chea Sim ເຖິງ​ແກ່​ມໍ​ລະ​ນະ​ກຳ​ໃນ​ວັນ​ທີ 8/6 ພາຍຫຼັງ​ເປັນ​ພະ​ຍາດ​ໜັກ​ມາ​ເປັນ​ເວ​ລາຫຼາຍມື້, ອາ​ຍຸ​ຍື່ນ 83 ປີ. ທ່ານ Chea Sim ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກຳ​ປູ​ເຈຍ ອ​າ​ຍຸ​ການ 1981 – 1998. ທ່ານ​ເຄີຍ​ດຳ​ລົງ​ຕຳ​ແໜ່ງ​ສຳ​ຄັນ​ອື່ນໆ​ໃນ​ອຳ​ນາດ​ການ​ປົກ​ຄອງ ກຳ​ປູ​ເຈຍ ຄື: ປະ​ທານ​ຊົ່​ວ​ຄາວ​ສະ​ພາ​ແຫ່ງ​ລັດ​ກ່ອນ​ທີ່​ ກຳ​ປູ​ເຈຍ ກາຍ​ເປັນປະ​ເທດ​ລາ​ຊາ​ທິ​ປະ​ໄຕ, ຮັກ​ສາ​ການປະ​ມຸກ​ລັດ​ແທນ​ໃຫ້​​ພະ​ບາດ​ສົມ​ເດັດ​ພະ​ບໍ່​ລົມ​ມະ​ນຽດ Norodom Sihanouk ພະ​ມະ​ຫາ​ກະ​ສັດ​ແຫ່ງ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ… ທ່ານ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະ​ທານ​ພັກ CPP ນັບ​ແຕ່​ເມື່ອ​ພັກ​ນີ້​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1991 ແລະ ຮັກ​ສາ​ຕຳ​່​ແໜ່ງ​ປະ​ທານ​ສະ​ພາ​ສູງ ກຳ​ປູ​ເຈຍ ແຕ່​ປີ 1999.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Sen ໄດ້​ເຊັນຈົດ​ໝາຍ​ລັດ​ຖະ​ການແນ​ະ​ນຳ, ຕາມນັ້ນ​ແລ້ວ ກຳ​ປູ​ເຈຍ ຈະ​ຈັດ​ຕັ້ງ​ພິ​ທີ​ງານ​ສົມ​ທາງ​ການ​ໃຫ້​ແກ່​ທ່ານ Chea Sim ໃນ​ວັນ​ທີ 19/6/2015. ຈົດ​ໝາຍ​ລັດ​ຖະ​ການຢັ້ງ​ຢືນ​ວ່າ: “ໃນ​ຕະຫຼອດ​ຊີ​ວິດ​ຂອງ​ຕົນ​ ທ່ານ Chea Sim ໄດ້​ອຸ​ທິດ​ກຳ​ລັງ​ ແລະ ຈິດ​ໃຈ​ໃຫ້​ແກ່​ພາ​ລະ​ກ​ິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ, ພິ​ເສດ​ແມ່ນ​ໃນ​ພາ​ລະ​ກິດ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ໃຫ​້ຫລຸດ​ພົ້ນ​ອອກ​ຈາກ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ ປີ 1979 ແລະ ສືບ​ຕໍ່​ນຳ​ພາ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ, ວັດ​ທະ​ນາ​ຖາວ​ອນ​ຄື​ໃນ​ປະ​ຈຸ​ບັນ.”


ຂ່າວ/ບົດ​ອື່ນ