ກຳປູເຈຍ:ພັກກຳອຳນາດ CPPຢັ້ງຢືນບໍ່ຈັດຕັ້ງການເລືອກຕັ້ງຄືນໃໝ່

ກຳປູເຈຍ:ພັກກຳອຳນາດ CPPຢັ້ງຢືນບໍ່ຈັດຕັ້ງການເລືອກຕັ້ງຄືນໃໝ່ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Hor Nam Hong
(ພາບ: Cambodia Herald)


(vovworld) – ວັນ​ທີ 15/2, ພັກ​ປະຊາຊົນ ກຳປູ​ເຈຍ (CPP) ກຳ​ອຳນາດ​ໄດ້​ປະຕິ​ເສດ​ຄຳ​ຮຽກຮ້ອງ​ຂອງ​ຝ່າຍ​ຄ້ານ​ອີກ​ເທື່ອ​ໜຶ່ງ, ພ້ອມ​ທັງ​ຢັ້ງຢືນ​ຈະ​ບໍ່​ມີ​ການ​ເລືອກ​ຕັ້ງ​ຄືນ​ໃໝ່. ຕາມ​ໜັງສືພິມ “ກຳປູ​ເຈຍ ​ໃໝ່” ຄັດ​ສະ​ເໜີ​ຄຳ​ເວົ້າ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ Hor Nam Hong ​ໃຫ້​ຮູ້​ວ່າ: ທຸກໆ​ຄຳ​ຮຽກຮ້ອງ​ຂອງ​ພັກ ກູ້​​​ຊາດ (CNRP) ຝ່າຍ​ຄ້ານ ພຽງ​ແຕ່​​ໄດ້​ຍົກ​ອອກ​ມາ​ປຶກສາ​ຫາລື​ເມື່ອ​ພັກ​ນີ້​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ. ຕາມ​ກົດ​ໝາຍ ​ແລະ ລັດຖະທຳ​ມະນູນ​ນ ​ແລ້ວ, ທຸກໆ​ບັນຫາ​ກ່ຽວຂ້ອ​ງ​ເຖິງ​ການ​ເລືອກ​ຕັ້ງ​ຕ້ອງ​ໄດ້​ຮັບ​ການ​ປຶກສາ​ຫາລື​ຢູ່ ສະພາ​ແຫ່ງ​ຊາດ ​ແລະ ຈະ​ບໍ່​ມີ​ການ​ເລືອກ​ຕັ້ງ​ຄືນ​ໃໝ່. ຖະ​ແຫຼ​ງການ​ດັ່ງກ່າວ​ໂດຍ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ CPP ຍົກ​ອອກ​ມາ​ພາຍຫຼັງ​ປະທານ CNRP ທ່ານ Sam Rainsy ​ໄດ້​ຖະ​ແຫຼ​ງ​ໃນ​ແວບ​ໄຊ​ສັງຄົມ​ຂອງ​ຕົນ​ເມື່ອ​ວັນ​ທີ 14/2 ​ໂດ​ຍຖື​ວ່າ: ພັກ​ນີ້​ບໍ່​ຮັບ​ຮູ້ໝາກຜົນ​ຂອງ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 7/2013 ​ແລະ ຮຽກຮ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່.

    ​ໃນ​ວັນ​ດຽວ​ກັນ, ພັກ CPP ກຳ​ອຳນາດ​​ໄດ້​ປະກາດ​ວ່າ: ກອງ​ປະຊຸມ​ຄັ້ງ​ໃໝ່​ລະຫວ່າງ ກຸ່ມ​ປະຕິບັດ​ງານ​ຂອງ CPP ​ແລະ CNRP ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ກົນ​ໄກ​ດຳ​ເນີນ​ການ​ປະຕິ​ຮູບ​ການ​ເລືອ​ກຕັ້ງ​ຈະ​ໄດ້​ຈັດ​ຕັ້ງ​ໃນ​ວັນ​ທີ 18/2 ຢູ່​ສຳນັກງານ​ສະພາ​ສູງ.

 

 


ຂ່າວ/ບົດ​ອື່ນ