ກຳປູເຈຍມອບຮັບເຄື່ອງສົ່ງຄື້ນໂດຍຫວຽດນາມຊ່ວຍເຫຼືອ

ກຳປູເຈຍມອບຮັບເຄື່ອງສົ່ງຄື້ນໂດຍຫວຽດນາມຊ່ວຍເຫຼືອ - ảnh 1
(ພິທີເປີດ​ສະຫຼອງ ​ແລະ ມອບ​ຮັບ​​ເຄື່ອງ​ສົ່ງ​ 20KW ລະບົບ​ FM
ແລະ ​ລະບົບ​ຜະລິດ​ລາຍການ​ຄົບ​ຊຸດ ໂດຍ VOV ​ຊ່ວຍ​ເຫຼືອ)

(vovworld) - ຕອນ​ເຊົ້າ​ວັນ​ທີ 13/8, ຢູ່ພະນົມ​ເປັນ, ປະ​ເທດກຳ​ປູ​ເຈຍ, ກະຊວງ​ຖະ​ແຫຼ​ງຂ່າວ​ກຳປູ​ເຈຍ ​ໄດ້​ຈັດ​ພິທີເປີດ​ສະຫຼອງ ​ແລະ ມອບ​ຮັບ​​ເຄື່ອງ​ສົ່ງ​ 20KW ລະບົບ​ FM ແລະ ​ລະບົບ​ຜະລິດ​ລາຍການ​ຄົບ​ຊຸດ ໂດຍ​ວິທະຍຸ​ກະຈາຍສຽງ​ຫວຽດນາມ (VOV) ​ຊ່ວຍ​ເຫຼືອ. ກ່າວ​ຄຳ​ເຫັນ​ນະ​ພິທີ, ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕ໋ຽນ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ບັນດາ​ເຄື່ອງ​ສົ່ງ ​ໂດຍ​ພັກ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ​ສະຫງວນ​ໃຫ້​ລັດຖະບານ, ປະຊາຊົນ​ກຳປູ​ເຈຍ ຈະ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ດີ​ທີ່ສຸຸດ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ກໍ່ສ້າງ ​ແລະ ພັດທະນາ​ປະ​ເທດ​ກຳປູ​ເຈຍ ​ໃຫ້​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ວັດທະນາ​ຖາວອນ.

​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ກຳ​ປູ​ເຈຍ​ ແຕ່​ວັນ​ທີ 12-16/8, ຜູ້ອຳນວຍການ​ໃຫຍ່ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫງວຽນ​ດັງ​ຕ໋ຽນ ​ຈະເຂົ້າ​ຢ້ຽມ​ຄຳນັບ​ທ່ານ​ນາຍົກລັດຖະມົນຕີກຳປູ​ເຈຍ ຮຸນ​ແຊນ, ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຖານີ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ​ແລະ ສະຖານີ​​ໂທລະພາບ​ແຫ່ງ​ຊາດກຳປູ​ເຈຍ.

ຂ່າວ/ບົດ​ອື່ນ