ກຳປູເຈຍມີອະທິປະໄຕ ຕໍ່ເຂດພະວິຫານ Preah Vihear ທັງໝົດ

ກຳປູເຈຍມີອະທິປະໄຕ ຕໍ່ເຂດພະວິຫານ Preah Vihear ທັງໝົດ - ảnh 1

(ພາບ:soha.vn)

(vovworld)-​​​​ ​ ​ ວັນ​ທີ 11/11, ສານ​ຍຸຕິ​ທຳ​ສາກົນ (ICJ) ​ໄດ້​ອອກ​ຄຳ​ຕັດສິນວ່າ​ເຂດ​ດິນ​ແດນ​ອ້ອມ​ແອ້ມ​ພະ​ວິຫານ Preah Vihear ​ແມ່ນຂຶ້ນ​ກັບກຳປູ​ເຈຍ. ຄຳ​ຕັດສິນ​ຂອງ ICJ ສຳລັບ​ຝ່າຍ​ຕ່າງໆ​ແມ່ນ​ຄຳ​ຕັດສິນ​ບັງຄັບ ​ແລະ ບໍ່​ໄດ້​ສູ້​ຄະດີ.

 ພາຍຫຼັງ​ທີ່ສານ​ຍຸຕິ​ທຳ​ສາກົນ (ICJ) ອອກ​ຄຳ​ຕັດສິນ​ກ່ຽວ​ກັບ​ການ​ພິພາດ​ລະຫວ່າງ​ກຳປູ​ເຈຍ ​ແລະ ​ໄທ ສຳລັບ​ພະ​ວິຫານ Preah Vihear, ວົງ​ການ​ເຈົ້າໜ້າ​ທີ່ ກໍ່​ຄື​ຫາງ​ສຽງ​ກຳປູ​ເຈຍ ລ້ວນ​ແຕ່​ສະ​ແດງ​ຄວາມ​ຊົມ​ເຊີຍ ​ແລະ ຖື​ວ່າ: ຄຳ​ຕັດສິນ​ຂອງ​ສານ​ແມ່ນ​ມີ​ຄວາມ​ຍຸດຕິ​ທຳ. ຕາມ​ທ່ານ​ Phay Siphan ໂຄສົກ​ຂອງ​ສະພາ​ລັດຖະມົນຕີ​ກຳປູ​ເຈຍ ​ແລ້ວ, ຄຳ​ຕັດສິນ​ຂອງ ICJ ​ໄດ້​ກຳ​ນົດ​ເຂດ​ອ້ອມ​ແອ້ມພະ​ວິຫານ Preah Vihear ​ແມ່ນຂຶ້ນ​ກັບ​ກຳປູ​ເຈຍ ​ແລະ ປະຈຸ​ບັນ, ສອງ​ປະ​ເທດ​ກຳປູ​ເຈຍ ​ແລະ ​ໄທ ຕ້ອງ​ມີ​ເຈດ​ຕະນາ​ດີ​ທາງ​ດ້ານ​ການ​ເມືອງ​ເພື່ອ​ປະຕິບັດ​ຕາມ​ຄຳ​ຕັດສິນຂອງ​ສານ, ຫລີກບໍ່​ໃຫ້ກໍ່ໃຫ້​ເກີດ​ລ້ຽງ​ບັນດາ​ການ​ປະ​ທະກັນ​ດ້ານ​ການ​ທະຫານ. ​ໃນ​ຂະນະ​ນັ້ນ, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງ​ຮັກ ຊີ​ນນະ​ວັດ ກໍ່​ປະກາດສະ​ແດງ​ຄວາມ​ພຶງ​ພໍ​ໃຈ​ຕໍ່​ຄຳ​ຕັດສິນ​ຂອງ ICJ.

ຕອນ​ຄຳ່ວັນ​ທີ 11/11, ທ່ານ​ນາ​ຍົກ​ລັດຖະມົນຕີ ກຳປູ​ເຈຍ Hun Sen ມີ​ບົດ​ກ່າວ​ປາ​ໄສ​ທາງ​ໂທລະພາບ​ແຫ່ງ​ຊາດ ກຳປູ​ເຈຍ (TVK), ​ເພື່ອ​ປະກາດ​ເຖິງ​ປະຊາຊົນທົ່ວປະ​ເທດ​ກ່ຽວ​ກັບ​​ເຫດການ​ດັ່ງກ່າວ. ທ່ານ​ນາຍົກລັດຖະມົນຕີ Hun Sen ​ເນັ້ນ​ໜັກ​ວ່າ: ຄຳ​ຕັດສິນ​ຂອງ ICJ ມີ​ຄວາມ​ໝາຍ​ປະຫວັດສາດ​ອັນ​ໃຫຍ່​ຫຼວງ ​ແລະ ​ເປັນ​ຂີດ​ໝາຍ​ບາດກ້າວ​ສຳຄັນ​ກ່ຽວ​ກັບ​ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ ກຳປູ​ເຈຍ ​ແກ້​ໄຂ​ການ​ພິພາດ​ຜືນ​ແຜ່ນດິນ​ກັບ​ໄທ​ຢ່າງ​ສັນຕິພາບ​ໂດຍ​ອີງ​ໃສ່​ກົດໝາຍ​ສາກົນ. ທ່ານ​ນາ​ຍົກ​ລັດຖະມົນຕີ Hun Sen ຢືນຢັນ ກຳປູ​ເຈຍ ​ເຄົາລົບ ​ແລະ ປະຕິບັດ​​ເນື້ອ​ໃນຈິດ​ໃຈ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ 2 ປະ​ເທດ​ໃນ​ວັນ​ທີ 28/10 ຜ່ານ​ມາ​ກ່ຽວ​ກັບ​ການ​ໃຫ້​ຄຳໝັ້ນ​ສັນຍາ​ເຄົາລົບ ​ແລະ ດຳ​ເນີນ​ການ​ປຶກສາ​ຫາລື​ກົນ​ໄກ​ປະຕິບັດ​ຄຳ​ຕັດສິນ​ຂອງ ICJ. ກຳປູ​ເຈຍ ຈະ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັບ​ໄທ ສະກັດ​ກັ້ນ, ຈຳກັດ​ບັນດາ​ການ​ເຄື່ອນ​ໄຫວ​ທີ່ອາດ​ຈະ​ກໍ່​ຄວາມ​ເຄັ່ງ​ຕຶງ, ສືບ​ຕໍ່​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ເພີ່ມ​ທະວີ​ສາຍ​ພົວພັນ​ອັນ​ດີງາມ​ເພື່ອ​​ແນ​ໃສ່​ສ້າງ​ເຂດ​ຊາຍ​ແດນ​ສັນຕິພາບ​, ສະຖຽນ​ລະ​ພາບ ​ແລະ ຮ່ວມ​ມື. ທ່ານ​ຍົກ​ລັດຖະມົນຕີ Hun Sen ກໍ່​ໄດ້​ກ່າວ​ຢ້ຳຄືນ​ຄຳ​ຮຽກຮ້ອງ​ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ ກຳປູ​ເຈຍ ​ແລະ ​ໄທ ຈົ່ງລະ​ງັບ​ໃຈ, ລໍ​ຄອຍໝາກຜົນ​ຂໍ້​ຕົກລົງ​ລະ​ຫວ່າງ​ລັດຖະບານ 2 ປະ​ເທດ​ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ຕັດສິນ​ຂອງ ICJ ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ.

 

ຂ່າວ/ບົດ​ອື່ນ