ກຳປູເຈຍສະເຫຼີມສະຫຼອງ36ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີແຫ່ງຊາດກູ້ຊາດ

ກຳປູເຈຍສະເຫຼີມສະຫຼອງ36ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີແຫ່ງຊາດກູ້ຊາດ - ảnh 1

ກຳ​ປູ​ເຈຍ​ສະ​ເຫຼີມ​ສະຫຼອງ36ປີ​ແຫ່ງວັນ​ສ້າງ​ຕັ້ງ​ແນວ​ໂຮມ​ສາ​ມັກ​ຄີແຫ່ງ​ຊາດກູ້​ຊາດ

(ພາບ: Xuân Khu/Vietnam+)

(vovworld) - ​​ ​ພິ​ທີ​ສະ​ເຫຼີມ​ສະຫຼອງ 36 ປີ​ແຫ່ງວັນ​ສ້າ​ງ​ຕັ້ງ​ແນວ​ໂຮມ​ສາ​ມັກ​ຄີ​​ແຫ່ງ​ຊາດ​ກູ້​ຊາດ​ໄດ​້​ຮັບ​ການ​ຈັດ​ຕັ້ງ​ໃນ​ຕອນ​ເຊົ້າ​ວັນ​ທີ 2/12, ຢູ່​ນະ​ຄອນຫຼວງ ພະ​ນົມ​ເປັນ ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ແນວ​ໂຮມ​ຂັ້ນ​ຕ່າງໆ ແລະ ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ນະ​ຄອນຫຼວງ​ກ່​ວາ 1.000 ຄົນ. ກ່າວ​ຄຳ​ເຫັນ​ທີ່​ງານ​ໂຮມ​ຊຸມ​ນຸມ​ມິດ​ຕິງ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ກິ​ຕິ​ມະ​ສັດ​ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ (CPP), ປະ​ທານ​ສະ​ພາ​​ແຫ່ງ​ຊາດ​ແນວ​ໂຮມ​ສະ​ມັກ​ຄີ​ພັດ​ທະ​ນາ​ປະ​ເທດ​ຊາດ ກຳ​ປູ​ເຈຍ Heng Samrin ຊີ້​ແຈ້ງວ່າ: ແນວ​ໂຮມ​ສາ​ມັກ​ຄີ​​ແຫ່ງ​ຊາດກູ້​ຊາດ ກຳ​ປູ​ເຈຍ​ແມ່ນ​ອົງ​ການ​ມະ​ຫາ​ຊົນ​ປະ​ຈັນ​ບານ​ຂອງ CPP ໄດ້​ຮັບ​ການ​ສ້າງ​ຕັ້ງ​ໃນ​ວັນ​ທີ 2/12/1978. ໂດຍ​ຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ຂອງ​ແນວ​ໂຮມ, ປະ​ຊາ​ຊົນ​ ກຳ​ປູ​ເຈຍ ທ​ຸກ​ຊັ້ນ​ວັນ​ນະ ພ້ອມ​ກັບ​ກຳ​ລັງ​​ມະ​ຫາສາ​ມັກ​ຄີ​ທົ່ວ​ປວງ​ຊົນ ແລະ ການ​ຊ່ວຍ​ເຫຼືອ​ອັນ​ໃຫຍ່ຫຼວງ​ຂອງ​ທະ​ຫານ​ອາ​ສາ​ສະ​ໝັກ ຫວຽດ​ນາມ ກໍ່​ຄື​ການ​ສະ​ໜັບ​ສະ​ໜູນ​ຂອງ​ເພື່ອນ​ມິດ​ສາ​ກົນ, ລຸກ​ຮື້​ຂື້ນ​ໂຄ່ນ​ລົ້ມ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ​ຈົນ​ຮອດເວ​ລາ​ຍາດ​ໄດ້​ໄຊ​ຊ​ະ​ນະ​ໃນ​ວັນ​ທີ 7/1/1979.

        ທ່ານ​ປະ​ທານ Heng Samrin, ຮຽກ​ຮ້ອງ​ປະ​ຊາ​ຊົນ ກຳ​ປູ​ເຈຍ ​ທ​ຸກ​ຊັ້ນ​ວັນ​ນະ ສາ​ມັກ​ຄີ, ເຫັນ​ດີ​ເປັນ​ເອ​ກະ​ສັນ, ຮັກ​ສາ​ມູນ​ເຊື້ອ​ຮັກ​ຊາດ, ຮັບ​ໃຊ້​ປະ​ເທດ​ຊາດ​ຕາມ​ແນວ​ທາງ​ຂອງ CPP ແລະ ໂຄງ​ການ​ການ​ເມືອງ​ຂອງ​ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ, ຖື​ນີ້​ແມ່ນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ແນວ​ຄິດ​ບໍ່​ປ່ຽນ​ແປງ​ຂອງ​ແນວ​ໂຮມ ແລະ ປະ​ຊາ​ຊົນ ກຳ​ປູ​ເຈຍ.


ຂ່າວ/ບົດ​ອື່ນ