ກຳປູເຈຍສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີຊົນຊາດກູ້ຊາດ

(VOVWORLD) -ວັນທີ 02 ທັນວາ, ຢູ່ແຂວງ Kratie, ປະເທດກຳປູເຈຍ ໄດ້ດຳເນີນງານໂຮມຊຸມນຸມມິດຕິງ ສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີຊົນຊາດກູ້ຊາດກຳປູເຈຍ, ປະຈຸບັນແມ່ນແນວໂຮມສາມັກຄີພັດທະນາປະເທດກຳປູເຈຍ (02 ທັນວາ 1978 – 02 ທັນວາ 2018).

ກຳປູເຈຍສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີຊົນຊາດກູ້ຊາດ - ảnh 1 (ກຳປູເຈຍສະເຫຼີມສະຫຼອງ40ປີແຫ່ງວັນສ້າງຕັ້ງແນວໂຮມສາມັກຄີຊົນຊາດກູຊາດ)

ເຂົ້າຮ່ວມພິທີມີທ່ານປະທານສະພາແຫ່ງຊາດ, ປະທານກິຕິມະສັກພັກປະຊາຊົນກຳປູເຈຍ (CPP) ກຳອຳນາດ, ປະທານສະພາຊົນຊາດແນວໂຮມສາມັກຄີພັດທະນາປະເທດຊາດກຳປູເຈຍ Heng Samrin, ການນຳສະພາແຫ່ງຊາດ, ສະພາສູງ, ລັດຖະບານກຳປູເຈຍ, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳກຳປູເຈຍ ຫວູກວາງມິງ, ປະຊາຊົນກຳປູເຈຍ ທຸກຊັ້ນວັນນະ… ເມື່ອເນັ້ນໜັກເຖິງຄວາມໝາຍຂອງງານໂຮມຊຸມນຸມມິດຕິງ, ທ່ານປະທານ Heng Samrin ໃຫ້ຮູ້ວ່າ.

        “ພວກເຮົາຈັດຕັ້ງງານໂຮມຊຸມນຸມມິດຕິງໃນມື້ນີ້ ແມ່ນເພື່ອຄິດຮອດຄິດເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາພະນັກງານ, ຊາວໜຸ່ມຂອງແນມໂຮມສາມັກຄີຊົນຊາດກູ້ຊາດກຳປູເຈຍ ແລະ ບັນດາທະຫານອາສາສະໝັກຫວຽດນາມ ວິລະຊົນ ທີ່ໄດ້ເສຍສະຫຼະເລືອດເນື້ອໃນການຕໍ່ສູ້, ໂຄ່ນລົ້ມລະບອບ ຂະແມແດງ ແລະ ປົກປັກຮັກສາການຟື້ນຟູຂອງປະເທດຊາດ ແລະ ປະຊາຊົນກຳປູເຈຍ. ພ້ອມກັນນັ້ນ, ພວກເຮົາກໍ່ຂອບໃຈການຊ່ວຍເຫຼືອອັນລ້ຳຄ່າຂອງບັນດາປະເທດເພື່ອມມິດ, ບັນດາຜູ້ຮັກຫອມສັນຕິພາບ ແລະ ຍຸດຕິທຳໃນທົ່ວໂລກ ທີ່ໄດ້ສະໜັບສະໜູນພວກເຮົາ ປົດປ່ອຍຊາດ, ຫຼຸດພົ້ນອອກຈາກການດັບສູນເຊື້ອຊາດ”.

ຕອບກັບ

ຂ່າວ/ບົດ​ອື່ນ