ກຳປູເຈຍສະເຫຼີມສະຫຼອງວັນໄຊຊະນະ7/1

ກຳປູເຈຍສະເຫຼີມສະຫຼອງວັນໄຊຊະນະ7/1 - ảnh 1
ທ່ານ Samdech Hunsen, ປະ​ທານ CPP ກ່າວ​ຄຳ​ເຫັນ​ທີ່​ພິ​ທີ

(vovworld) - ຕອນ​ເຊົ້າ​ວັນ​ທີ 7/1, ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ (CPP) ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼ​ີມ​ສະ​ຫຼອງ 38 ປີ​ແຫ່ງວັນ​ໄຊ​ຊະ​ນະ​ປະ​ຫວັດ​ສາດ 7/1 ​(7/1/1979 – 7/1/2017) ຢ່າງ​ສົມ​ກຽດ, ເຊິ່ງ​ແມ່ນ​ວັນ​ໂຄ່​ນ​ລົ້ມ​ລະ​ບອບ​ດັບ​ສູນ​ເຊື້ອ​ຊາດ ຂະ​ແມ​ແດງ, ຢູ່​ພະ​ນົມ​ເປັນ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ມານ 10.000 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ Samdech Hunsen, ປະ​ທານ CPP ໃຫ້​ຮູ້​ວ່າ ພິ​ທີ​ສະ​ເຫຼີມ​ສະຫຼອງນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ບົນ​ຈິດ​ໃຈ “ອາ​ໄລ​ຫາ ແລະ ຮູ້​ບຸນ​ຄຸນ​ເຖິງ​ບັນ​ດ​າ​ນັກ​ຮົບ​ວິ​ລະ​ຊົນ ແລະ ບັນ​ດາ​ຜູ້​ຮັກ​ຊາດ​ຂຶ້ນ​ກັບ​ແນວ​ໂຮມ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ກູ້​ຊາດ ກຳ​ປູ​ເຈຍ ແລະ ທະ​ຫານ​ອາ​ສາ​ສະ​ໝ​ັກ ຫວຽດ​ນາມ ຢ່າງ​ເລິກ​ເຊິ່ງ, ທີ່​ໄດ້​ຕໍ່​ສູ້, ເສຍ​ສະຫຼະ​ເລືອດ​ເນື້ອ, ຊ້ຳ​ບໍ່​ໜຳ ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ຂອງ​ຕົນ​ໃນ​ພາ​ລະ​ກິດ​ໂຄ່​ນ​ລົ້ມ​ລະ​ບອບ​ຂະ​ແມ​ແດງ, ກອບກູ້​ເອົາ​ຊີ​ວິດ​ປະ​ຊາ​ຊົນ, ປະ​ເທດ​ກຳ​ປູ​ເຈຍ ຫລຸດ​ພົ້ນ​ອອກ​ຈາກ​​ໄພ​ດັບ​ສູນ​ເຊື້​ອ​ຊາດ Pol Pot”


ຂ່າວ/ບົດ​ອື່ນ