![ກຳປູເຈຍຮັບຮູ້ຖານະ ສ.ສ.ຊ ຂອງຜູ້ນຳພັກຝ່າຍຄ້ານ - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/bcgmbuiq/2014_07_26/cpchia_copy.jpg)
ທ່ານ Sam Rainsy ປະທານພັກກູ້ຊາດກຳປູເຈຍ ໃນການປະຊຸມຂ່າວ
|
(vovworld)- ວັນທີ 25/7, ທ່ານເລຂາທິການໃຫຍ່ຄະນະກຳມະການເລືແກຕັ້ງແຫ່ງຊາດກຳປູເຈຍ(NEC) Tep Nitha ໃຫ້ຮູ້ວ່າ ອົງການນີ້ໄດ້ຮັບຮູ້ທ່ານ Sam Rainsy ປະທານພັກກູ້ຊາດກຳປູເຈຍ ແມ່ນສະມາຊິກສະພາແຫ່ງຊາດສັງກັດ ພັກກູ້ຊາດກຳປູເຈຍ ຢູ່ແຂວງ Kampong Cham.
ກ່ອນໜ້ານັ້ນ, ວັນທີ 22/7, ພັກປະຊາຊົນກຳປູເຈຍ ກຳອຳນາດ ແລະ ພັກກູ້ຊາດກຳປູເຈຍຝ່າຍຄ້ານ ໄດ້ບັນລຸຂໍ້ຕົກລົງຢຸດຕິສະພາບບໍ່ມີທາງອອກດ້ານການເມືອງທີ່ແກ່ຍາວເກືອບ 1 ປີ ທີ່ຜ່່ານມາ ນັບຕັ້ງແຕ່ການເລືອກຕັ້ງສະພາແຫ່ງຊາດ ກຳປູເຈຍເມື່ອວັນທີ 28/7/2013.