ກຳປູເຈຍເພີ່ມທະວີຄວາມມານະພະຍາຍາມຕ້ານລັດທິກໍ່ການຮ້າຍ

ກຳປູເຈຍເພີ່ມທະວີຄວາມມານະພະຍາຍາມຕ້ານລັດທິກໍ່ການຮ້າຍ - ảnh 1
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen
(ພາບ: AFP/TTXVN)


(vovworld) - ວັນ​ທີ 21/2, ລັດຖະບານ ກຳປູ​ເຈຍ ​ໄດ້​ຮັບຮອງ​ເອົາ​ດຳລັດ​ວ່າ​ດ້ວຍ​ການ​ປິດ​ລ້ອມ ຊັບ​ສົມບັດ​ຂອງ​ບັນດາ​ບຸກຄົນ​ກໍ່​ການ​ຮ້າຍ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເຖິງ​ກໍ່​ການ​ຮ້າຍ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ບັນດາ​ຄວາມ​ມານະ​ພະຍາຍາມ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ. ​ແຈ້ງ​ການ​ຊີ້​ແຈ້ງວ່າ: ລັດຖະບານ ກຳປູ​ເຈຍ ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຕໍ່ສູ້​ຕ້ານ​ການ​ເຄື່ອນ​ໄຫວ​ຟອກ​ເງິນ, ສະໜອງ​ການ​ເງິນ​ເພື່ອໜູນ​ຊ່ວຍ​ລັດທິ​ກໍ່​ການ​ຮ້າຍ, ດ້ວຍ​ເລື່ອງ​ຍົກ​ອອກ​ກົດໝາຍ ​ແລະ ບັນດາ​ຂໍ້​ກຳນົດ, ປັບປຸງ​ກົນ​ໄກ​ປະຕິບັດ​ກົດໝາຍ. ກຳປູ​ເຈຍ ​ໄດ້​ເຂົ້າ​ຮ່ວມ​ກຸ່ມ ອາຊີ - ປາຊີ​ຟິກ ກ່ຽວ​ກັບ​ການຕ້ານ​ການ​ຟອກ​ເງິນ​ແຕ່​ເດືອນ 6/2004 ​ແລະ ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ພ້ອມ​ກັບ​ປະຊາ​ຄົມ​ໂລກ​ໃນ​ການ​ຕ້ານ​ການຟອກ​ເງິນ ​ແລະ ສະໜອງ​ການ​ເງິນ​ໜູນ​ຊ່ວຍ​ລັດທິ​ກໍ່​ການ​ຮ້າຍ. ຕໍ່ຈາກ​ນັ້ນ, ປີ 2007, ປະ​ເທດ​ນີ້​ໄດ້​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການຕ້ານ​ການ​ຟອກ​ເງິນ ​ແລະ ສະໜອງ​ການ​​ເງິນ​ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ