ກຳ​ມະ​ກອນ​ຂະ​ແໜງ​ລົດ​ໄຟ ອັງ​ກິດ ນັດຢຸດ​ງານ​ຫຼາຍ​ວັນ

(VOVWORLD) - ປະເທດ ອັງກິດ ພວມຢູ່ໃນສະພາບຂາດຄວາມສະຫງົບຢ່າງຮ້າຍແຮງທີ່ສຸດ ຍ້ອນກຳມະກອນດຳເນີນການຢຸດງານນັບແຕ່ຊຸມປີ 1980. ສະພາບການນີ້ໄດ້ດຳເນີນໄປໃນສະພາບການໄພເງິນເຟີ້ເພີ່ມຂຶ້ນສູງພາຍຫຼັງໄລຍະກວ່າ 10 ປີ ທີ່ເພີ່ມເງິນເດືອນຂຶ້ນບໍ່ພໍເທົ່າໃດ, ເຮັດໃຫ້ກຳມະກອນບໍ່ມີເງິນໃຊ້ຈ່າຍໃນຊີວິດ. 
ກຳ​ມະ​ກອນ​ຂະ​ແໜງ​ລົດ​ໄຟ ອັງ​ກິດ ນັດຢຸດ​ງານ​ຫຼາຍ​ວັນ - ảnh 1ກຳມະກອນພາກັນຍ່າງໃນໄລຍະດຳເນີນການນັດຢຸດງານ(ພາບ: AFP/TTXVN)

ກຳມະກອນຂະແໜງລົດໄຟ ຢູ່ ອັງກິດ ໄດ້ດຳເນີນການນັດຢຸດງານແກ່ຍາວເປັນອາທິດ ນັບແຕ່ວັນທີ 03 ມັງກອນ, ເຮັດໃຫ້ຕັດຂາດການກັບໄປເຮັດວຽກຄືນໃໝ່ພາຍຫຼັງໄລຍະບຸນຄຼິດສະມາດ ແລະ ບຸນປີໃໝ່ຂອງຫຼາຍລ້ານຄົນ, ພ້ອມທັງເປັນຂີດໝາຍນັດຢຸດງານຄັ້ງຫຼ້າສຸດຂອງຂະແໜງລົດໄຟ ຢູ່ປະເທດເອີຣົບນີ້ ເພື່ອແນໃສ່ຮຽກຮ້ອງໃຫ້ລັດຖະບານຂຶ້ນເງິນເດືອນ.

        ປະເທດ ອັງກິດ ພວມຢູ່ໃນສະພາບຂາດຄວາມສະຫງົບຢ່າງຮ້າຍແຮງທີ່ສຸດ ຍ້ອນກຳມະກອນດຳເນີນການຢຸດງານນັບແຕ່ຊຸມປີ 1980. ສະພາບການນີ້ໄດ້ດຳເນີນໄປໃນສະພາບການໄພເງິນເຟີ້ເພີ່ມຂຶ້ນສູງພາຍຫຼັງໄລຍະກວ່າ 10 ປີ ທີ່ເພີ່ມເງິນເດືອນຂຶ້ນບໍ່ພໍເທົ່າໃດ, ເຮັດໃຫ້ກຳມະກອນບໍ່ມີເງິນໃຊ້ຈ່າຍໃນຊີວິດ. ບັນດາການຢຸດງານເກີດຂຶ້ນຢ່າງລຽນຕິດໄດ້ເຮັດໃຫ້ເຄືອຂ່າຍທາງລົດໄຟຖືກຢຸດການເຄື່ອນໄຫວໃນຊຸມເດືອນມໍ່ໆມານີ້. ກ່ອນໜ້ານັ້ນ, ພະນັກງານການແພດ, ສະໜາມບິນ ແລະ ໄປສະນີກໍເຂົ້າຮ່ວມການຢຸດງານຕ່າງໆເພື່ອແນໃສ່ຮຽກຮ້ອງໃຫ້ເພີ່ມເງິນເດືອນຢ່າງເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ