ກຳມະກອນນັບໝື່ນຄົນເຂົ້າຮ່ວມລາຍການ“ບຸນເຕັດເຕົ້າໂຮມກັນປີ2016”

ກຳມະກອນນັບໝື່ນຄົນເຂົ້າຮ່ວມລາຍການ“ບຸນເຕັດເຕົ້າໂຮມກັນປີ2016” - ảnh 1
ກຳມະກອນນັບໝື່ນຄົນເຂົ້າຮ່ວມລາຍການ“ບຸນເຕັດເຕົ້າໂຮມກັນປີ2016”
(ພາບ: dangcongsan)


(vovworld) –​ ຕອນ​ຄ່ຳ​ວັນ​ທີ 30/01, ລ​າຍ​ການ “ບຸນ​ເຕັດ​ເຕົ້າ​ໂຮມ​ກັນ​ປີ 2016” ຖືກ​ດຳ​ເນີນ​ຢູ່​ແຂວງ​ດົ່ງ​ນາຍ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຄົນ​ງານກວ່າ 7.000 ຄົນ. ນີ້​ແມ່ນ​ເຫດ​ການ​ເຊິ່ງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ລະ​ດັບ​ເຂ​ດທີ່​ຕາງ​ໜ້າ​ໃຫ້​ພາກ​ໃຕ້. ໄລ່​ມາ​ຮອດ​ປະ​ຈຸ​ບັນ, ກຳມະ​ບານ​ດົງ​ນາຍ ​ໄດ້​ມອບ​ຂອງ​ຂວັນ​ກວ່າ 300.000 ພູດ, ​ກວ່າ 5.000 ປີ້​ລົດ ດ້ວຍ​ມູນ​ຄ່າກວ່າ 120 ຕື້​ດົງ​ໃຫ້​ຄົນ​ງານ​ທີ່​ປະ​ສົບ​ກັບ​ຄວາມ​ຫຍູ້ງ​ຍາກ, ຫ່າງ​ຈາກ​ບ້ານ​ເກີດ​ເມືອງນອນ.

      ແລະ​ກໍ​ໃນ​ວັນ​ດ​ຽວ​ດັນ, ສະ​ຫະ​ພັນ​ແຮງ​ງານ​ແຂວງ ບ່າ​ເຣີຍ - ວູ້ງ​ເຕ​ົ່າ ໄດ້​ຈັດ​ລາຍ​ການ “ບຸນ​ເຕັດ​ເຕົ້າ​ໂຮມ​ກັນ​ປີ 2016” ແລະ ມອບ​ຂອງ​ຂວັນ 1.400 ພູດ ໃຫ້ກຳ​ມະ​ກອນ, ​ພາ​ລະ​ກອນໃນ​ບໍ​ລິ​ເວັນ​ແຂວງ​ເພື່ອ​ຕ້ອ​ນ​ຮັບ​ບຸ​ນ​ເຕັດ.

      ​ຕອ​ນ​ຄ່ຳ​ວັນ​ທີ 30/01, ຄະ​ນະ​ຊາວ​ໜຸ່​ມ​ກອມ​ມູ​ນິດ​ໂຮ່​ຈິ​ມິນ​ ແຂວງວິ້ງ​ຟຸ໋ກ ກ​ໍ​ໄດ້​ຈັດ​ລາຍ​ການ “ລະ​ດູ​ບານ​ໃໝ່​ແຫ່ງ​ຄວາມ​ອົບ​ອຸ່ນ” ໃຫ້​ສະ​ມາ​ຊິກ​ຊາວ​ໜຸ່​ມ, ຊາວ​ໜຸ່ມ ກຳ​ມະ​ກອນ​ທີ່​ພວມ​ເຮັດວຽກ​ຢູ່​ບັນ​ດາ​ເຂດ​ອຸດ​ສາ​ຫະ​ກຳ ໃນ​ບໍ​ລິ​ເວນ​ແຂວ​ງ.

ຂ່າວ/ບົດ​ອື່ນ