ກຳມະການກົມການເມືອງ Pham Quang Nghi ເຮັດວຽກຢູ່ແຂວງດັກນົງ.

ກຳມະການກົມການເມືອງ Pham Quang Nghi ເຮັດວຽກຢູ່ແຂວງດັກນົງ. - ảnh 1
ກຳ​ມະ​ການ​ກົມ​ການ​ເມືອງ Pham Quang Nghi ​ເຮັດ​ວຽກ​ຢູ່​ແຂວງ​ດັກ​ນົງ
(ພາບ: vnn.vn)


(vovwold) - ວັນ​ທີ 5/5, ກຳ​ມະ​ການ​ກົມ​ການ​ເມືອງ, ​ເລຂາ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ  Pham Quang Nghi ​ໄດ້​ລົງ​ຢ້ຽມຢາມ​ໂຮງງານ​ປຸ​ງ​ແຕ່ງ​​ໄມ້ MDF ຢູ່​ເມືອງ​ດັກ​ຊອງ, ​ຢ້ຽມຢາມ​ໂຄງການ a-lu-min ​ເຍິນ​ເກີ ​ແລະ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ດັກ​ນົງ. ທີ່​ການ​ເຮັດ​ວຽກ, ກຳ​ມະ​ການ​ກົມ​ການ​ເມືອງ Pham Quang Nghi  ​ໄດ້​ເນັ້ນ​ໜັກ​ວ່າ ຄຽງ​ຂ້າງ​ການ​ພັດທະນາ​ເສດຖະກິດ, ​ແຂວງ​ດັກ​ນົງ​ ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

        ”​ໃນ​ເງື່ອນ​ໄຂ​ປະ​ເທດ​ເຮົາ​ພວມ​ຫັນ​ເປັນ​ປະ​ເທດ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ນັ້ນ, ​ເລື່ອງ​ຮັກສາ​ທ້ອງ​ຖີ່​ນ ບໍ່​ພຽງ​ແຕ່​ມີ​ຄວາມ​ໝັ້ນຄົງ​ເຂັ້ມ​ແຂງ​ທາງດ້ານ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ເທົ່າ​ນັ້ນ, ຫາກ​ບັນຫາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ກໍ່​ແມ່ນ​ບັນຫາ​ສຳຄັນ​ທີ່​ສຸດ. ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ກໍ່​ຫວັງ​ວ່າ ບັນດາ​ການ​ນຳ​ແຂວງ​ປະຕິບັດ​ການວາງ​ແຜນ​ກຳນົດ​ເປັນ​ຢ່າງ​ດີ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການວາງ​ແຜນ​ກຳ​ນົດທີ່​ດິນ, ການ​ອະນຸລັກ​ຮັກສາ ​ແລະ ພັດທະນາ​ແຫຼ່ງຊັບພະຍາກອນ​​ປ່າ. ທີ​ສອງ​ແມ່ນ, ຊັບພະຍາກອນ​ຂອງ​ພວກ​ເຮົາ ​ແມ່ນ​ຫຼາຍ​ທີ່​ສຸດ, ນອກຈາກ​ປ່າ​ໄມ້, ຕົ້ນ​ໄມ້​ອຸດສາຫະກຳ​ແລ້ວ ຍັງ​ມີ​ແຮ່​ທາດ, ດັ່ງ​ນັ້ນ​ພວກ​ເຮົາ​ຕ້ອງ​ມີ​ການ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ ​​ເພື່ອ​ຜັນ​ຂະຫຍາຍ​ໂຄງການ​ນີ້​ໃຫ້​ບັນລຸ​ປະສິດທິ​ຜົນ​ສູງ​ສຸດ, ນັບ​ທັງ​ທາງ​ດ້ານ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ​ຊີວະ​ພາບ”.

ຂ່າວ/ບົດ​ອື່ນ