ກຳມະການຄະນະກຳມະການປະຕິຮູບ ແລະ ຮັບຜິດຊອບການເງິນຂອງ ປະທານາທິບໍດີ Obama ຢ້ຽມຢາມ ຫວຽດນາມ

ກຳມະການຄະນະກຳມະການປະຕິຮູບ ແລະ ຮັບຜິດຊອບການເງິນຂອງ ປະທານາທິບໍດີ Obama ຢ້ຽມຢາມ ຫວຽດນາມ - ảnh 1

ນາຍົກລັດຖະມົນຕີ ຫວຽດນາມ ຕ້ອນຮັບກຳມະ​ການ​ຄະນະ​ກຳມະການ​ປະຕິ​ຮູບ ​ແລະ ຮັບຜິດຊອບ​ການ​​ເງິນ​ຂອງ ປະທານາທິບໍດີ Obama

(ພາບ: nguyentandung.org)

(vovworld) – ຕອນ​ບ່າຍ​ວັນ​ທີ 10/6, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ​ໄດ້ໃຫ້ການ​ຕ້ອນຮັບ​ທ່ານ David M. Cote, ກຳມະ​ການ​ຄະນະ​ກຳມະການ​ປະຕິ​ຮູບ ​ແລະ ຮັບຜິດຊອບ​ດ້ານການ​​ເງິນ​ຂອງ ປະທານາທິບໍດີ ອາ​ເມ​ລິ​ກາ Obama ທີ່ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຢືນຢັນ​ວ່າ: ຍາມ​ໃດ​ລັດຖະບານ ຫວຽດນາມ ກໍ່​ມານະ​ພະຍາຍາມ​ປັບປຸງ​ສະພາຍ​ແວດ​ລ້ອມ​​ແຫ່ງການ​ລົງທຶນ, ສະໜັບສະໜູນ​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ມາ​ຮ່ວມ​ມື​ລົງທຶນ ຢູ່ ຫວຽດນາມ. ທ່ານ​ນາ​ຍົກ​ລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກໍ່​ໃຫ້​ຮູ້​ວ່າ: ຫວຽດນາມ ພ້ອມ​ກັບ ອາ​ເມ​ລິ​ກາ ​ແລະ ບາງ​ປະ​ເທດ​ພວມ​ຕັ້ງໜ້າ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​​ເຂດ​ປາຊີ​ຟິກ, ປາດ​ຖະໜາ​ວ່າ: ບັນດາ​ການ​ນ​ຳ ​ແລະ ວິ​ສາ​ຫະກິດ ອາ​ເມ​ລິ​ກາ ສະໜັບສະໜູນ​ເລື່ອງ​ເຈລະຈາ​ສັນຍາ​ນີ້.

ສ່ວນ​ທ່ານ David M. Cote ກໍ່ຢືນຢັນ​ຈະ​ສົ່ງ​ສານ​ຂອງ​ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ເຖິງບັນດາ​ການນຳ ອາ​ເມ​ລິ​ກາ, ພ້ອມ​ທັງ​ຫວັງ​ວ່າ ລັດຖະບານ ຫວຽດນາມ ຈະສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂອງ ອາ​ເມ​ລິ​ກາ ມາ​ຮ່ວມ​ມືລົງທຶນ ​ແລະ ທຳ​ມາ​ຫາ​ກິນ​ຍາວນານ​ຢູ່ ຫວຽດນາມ.

 

ຂ່າວ/ບົດ​ອື່ນ