ກຳມະບານ ຫວຽດນາມ ຊຸດທີ 11 ຍູ້ແຮງການ ພັດທະນາກຳມະບານຂັ້ນຮາກຖານ

ກຳມະບານ ຫວຽດນາມ ຊຸດທີ 11 ຍູ້ແຮງການ ພັດທະນາກຳມະບານຂັ້ນຮາກຖານ - ảnh 1
ຄະນະ​ບໍລິຫານ​ງານ​ຊຸດ​ທີ 11 ສະຫະພັນ​​ໃຫຍ່ແຮງ​ງານ ຫວຽດນາມ ​ລວມມີ​ສະມາຊິກ 172 ທ່ານ
(ພາບ: baomoi.com)

(vovworld) - ວັນ​ທີ 30/7, ກອງ​ປະຊຸມ​ໃຫຍ່​ກຳມະບານ ຫວຽດນາມ ຄັ້ງ​ທີ 11, ອາຍຸ​ການ 2013 – 2018, ໄດ້ສິ້ນ​ສຸດ​ລົງ​ພາຍຫຼັງ​ດຳເນີນ​ມາ​ເປັນ​ເວລາ 4. ກອງ​ປະຊຸມ​ໃຫຍ່​ໄດ້​ຮັບຮອງ​ເອົາ​ມະຕິ​ດ້ວຍ​ບັນດາ​ເນື້ອ​ໃນ ​ແລະ ທິດ​ທາງ​ລະອຽດ​ໃຫ້​ແກ່​ອາຍຸ​ການ​ໃໝ່. ​ໃນ​ມື້​ເຮັດ​ວຽກ​ສຸດ​ທ້າຍ, ຄະນະ​ບໍລິຫານ​ງານ​ຊຸດ​ທີ 11 ສະຫະພັນ​​ໃຫຍ່ແຮງ​ງານ ຫວຽດນາມ ​ໄດ້​ສະ​ເໜີ​ຕົວ​ເຊິ່ງລວມມີ​ສະມາຊິກ 172 ຄົນ, ທ່ານ ດັ້ງງອກຕູ່​ງ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ຄືນ​​ໃໝ່. ກອງ​ປະຊຸມ​ໃຫຍ່​ໄດ້​ກຳນົດ 11 ກຸ່ມ​ມາດຖານ​ສຸ້ຊົນ ​ແລະ 4 ​ໂຄງການ​ເຄື່ອນ​ໄຫວ​ຂອງ​ອົງການ​ກຳມະບານ ​ໃນ​ອາຍຸ​ການ​ໃໝ່. ​ໃນ​ນັ້ນ, ມາດຖານ​ສຳຄັນ​ແມ່ນ​ສູ້ຊົນ​ຮອດປີ 2018 ​ໃນ​ທົ່ວ​ປະ​ເທດ​ມີ​ສະມາຊິກ 10 ລ້ານ​ຄົນ, 90% ຈຳນວນ​ຫົວໜ່ວຍ, ວິ​ສາ​ຫະກິດ​ມີ​ຄົນ​ງານ​ແຕ່ 30 ຄົນຂຶ້ນ​ໄປ​ ​ສ້າງ​ຕັ້ງ​ອົງການ​ກຳມະບານ​ຮາກ​ຖານ. ທ່ານ ດັ້ງງອກຕູ່​ງ, ປະທານ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ຊຸດ​ທີ 11, ຊີ້​ແຈງ​ວ່າ:

“ຜົນງານ​ຂອງ​ກອງ​ປະຊຸມ​ໃຫຍ່​ແຮງ​ງານ ຫວຽດນາມ ຄັ້ງ​ທີ 11 ບໍ່ພຽງ​ແຕ່​ປຸເປັນການລະດົມກຳລັງໃຈຢ່າງ​ແຮງ​ເທົ່າ​ນັ້ນ, ຫາກຍັງ​ສ້າງ​ພື້ນຖານ, ​ເງື່ອນ​ໄຂ​ເພື່ອ​ໃຫ້​ພະນັກງານ, ສະມາຊິກກຳມະບານ, ກຳມະກອນ, ລັດຖະກອນ​ໃນ​ທົ່ວ​ປະ​ເທດ​ຍາດ​ແຍ່ງ​ເອົາກາລະ​ໂອກາດ, ຜ່ານ​ຜ່າ​ການ​ທ້າ​ທາຍ, ສືບຕໍ່ປ່ຽນ​ໃໝ່​ເນື້ອ​ໃນ ​ແລະ ວິທີ​ການ​ເຄື່ອນ​ໄຫວ​ກຳມະບານ. ຈາກ​ນັ້ນ, ສ້າງ​ກຳລັງ​ແຮງ​ໃໝ່​ຂອງ​ຊົນ​ຊັ້ນ​ກຳມະກອນ ​ແລະ ອົງການ​ກຳມະບານ ຫວຽດນາມ, ປະກອບສ່ວນ​ປະຕິບັດ​ການ​ຫັນ​ປະ​ເທດ​ເປັນ​ປະ​ເທດ​ອຸດສາຫະກຳ - ທັນ​ສະ​ໄໝ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ມີ​ໄຊ, ​ເພື່ອ​ຈຸດໝາຍ: ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາ​ທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ.”

 

ຂ່າວ/ບົດ​ອື່ນ