ກຳມາທິການກົດໝາຍສະພາແຫ່ງຊາດກວດກາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ)

ກຳມາທິການກົດໝາຍສະພາແຫ່ງຊາດກວດກາຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ(ສະບັບປັບປຸງ) - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ກວດກາ​ກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນ (ສະບັບ​ປັບປຸງ) ຖື​ກຈັດຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18/2, ຢູ່ ຮ່າ​ໂນ້ຍ ​ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ອວງຈູ​ລື​ວ. ພາຍຫຼັງ​ເກື​ອບ 7 ປີ​ມີ​ຜົນ​ບັງຄັບໃຊ້, ກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນ ປີ 2006 ​ໄດ້​ຊຸກ​ຍູ້ການ​ພັດທະນາ​ຂອງ​​ຂະ​ແໜງການບິນ​ຢ່າງ​ແຮງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜ່ານ​ການ​ຜັນ​ຂະຫຍາຍ, ກົດໝາຍ​ຍັງ​ມີ​ສິ່ງ​ຈຳກັດ, ​ຈຳນວນ​ໜຶ່ງ ທີ່​ກ່ຽວຂ້ອງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພຂອງການບິນ, ການ​ເຄື່ອນ​ໄຫວ​ກວດກາ​ວິຊາ​ສະ​ເພາະ.​​.​. ຮ່າງກົດໝາຍ​ວ່າ​ດ້ວຍການບິນ​ພົນລະ​ເຮືອນໄດ້ຮັບການປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ໃຫ້​ເໝາະ​ສົມ​ກັບ​ກົດໝາຍ​ສາກົນ, ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່ ​ແລະ ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃໝ່.

    ກ່ຽວ​ກັບ​ພາກສ່ວນ​ກວດກາ​ການ​ບິນ, ຮ່າງ​ກົດ​ໝາຍໄດ້​ປັບປຸງວ່າ: ພາກສ່ວນ “ກວດກາ​ການບິນ​ຂຶ້ນ​ກັບ​ອົງການ​ຄຸ້ມ​ຄອງ​​ລັດ​ໂດຍລົງເລິກຂະ​ແໜງ​ການບິນ, ປະຕິບັດ​ພາລະ​ບົດບາດ​ກວດກາ​ວິຊາ​ສະ​ເພາະກ່ຽວ​ກັບ​ການ​ບິນ​ພົນລະ​ເຮືອນ”. ທ່ານ​ດັ້ງ​ດິ່ງ​ລວຽນ, ຮອງ​ຫົວໜ້າ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ປະກອບ​ຄຳ​ເຫັນ​ວ່າ:

    “ພວກ​ຂ້າພະ​ເຈົ້າ​ເຫັນ​ດີ​ຕໍ່​ຂໍ້​ກຳນົດ​ຂອງ​ຮ່າງ​ກົດໝາຍ. ​ເພາະວ່າ, ຕາມ​ກົດໝາຍ​ວ່າ​ດ້ວຍ​ການ​ກວດກາ​ແລ້ວ, ພວກ​​ເຮົາ​ກຳນົດ​ປະຕິບັດ​ພາລະ​ໜ້າ​ທີ່​ກວດກາ​ວິຊາ​ສະ​ເພາະ​ອາດຈະ​ແມ່ນ​ນັກ​ກວດກາ​ຂອງ​ກະຊວງ​ທັງ​ປະຕິບັດ​ການ​ກວດກາ​ວິຊາ​ສະ​ເພາະ​ທັງ​ປະຕິບັດ​ການກວ​ດກາ​ແຫ່ງ​ລັດ. ກຳນົດ​ຄື​ແນວ​ນັ້ນ​ແມ່ນ​ຈຳ​ເປັນ, ​ເໝາະ​ສົມກັບ​ຄຳ​ຮຽກຮ້ອງ​ທີ່​ມີ​ລັກສະນະ​ສະ​ເພາະ​ຂອງ​ການບິນ​ພົນລະ​ເຮືອນ, ​ເໝາະ​ສົມ​ສົນທິສັນ​ຍາ​ສາກົນ, ພ້ອມ​ທັງ​ເປັນ​ເອກະ​ພາບ​ຕໍ່​ຂໍ້​ກຳ​ນົດຂອງ​ກົດໝາຍ​ວ່າ​ດ້ວຍ​ການປັບ​​​ໃໝລົງໂທດການລະ​ເມີດບໍລິຫານ​ປີ 2012.”

ຂ່າວ/ບົດ​ອື່ນ