ກຳມາທິການກົດໝາຍສະພາແຫ່ງຊາດຫວຽດນາມແບ່ງປັນບົດຮຽນກັບອົງການນິຕິບັນຍັດຝຣັ່ງ

ກຳມາທິການກົດໝາຍສະພາແຫ່ງຊາດຫວຽດນາມແບ່ງປັນບົດຮຽນກັບອົງການນິຕິບັນຍັດຝຣັ່ງ - ảnh 1
( ຄະນະ​​ກຳມາ​ທິການກົດໝາຍ​ສະພາ​ແຫ່ງ​ຊາດ ​
ເຮັດວຽກຢູ່ສະພາສູງ ຝຣັ່ງ)


(vovworld) –  ​​ ​ ຄະນະ​ຜູ້​ແທນ​ກຳມາ​ທິການກົດໝາຍ​ສະພາ​ແຫ່ງ​ຊາດ ​ໂດຍ​ທ່ານ ຟານ​ຈຸ​ງ ຫຼີ໋, ກຳມະການ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ຫົວ​ໜ້າ​​ກຳມາ​ທິການກົດໝາຍ​ສະພາ​ແຫ່ງ​ຊາດ ​ເປັນ​ຫົວໜ້າ​ຄະນະ ​ໄດ້​ມີ​ການ​ປະຕິບັດ​ງານ​ຢູ່ ຝຣັ່ງ ​ໃນ​ລະຫວ່າງ​ວັນ​ທີ 19-22/4 ​ເພື່ອ​ແນ​ໃສ່​ຊອກ​ຮູ້​ບັນດາ​ບົດຮຽນ​​ໃນການ​ເຄື່ອນ​ໄຫວ​ຂອງ​ບາງ​ອົງການ​ຂັ້ນ​ສູງ​ທີ່​ຂຶ້ນ​ກັບ​ລະບົບ​ກົດໝາຍ​ຂອງ ຝຣັ່ງ. ​ໃນ​ການ​ປະຕິບັດ​ງານ, ຄະນະຜູ້​ແທນ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ Pascal Deguilhem,​ ສະມາຊິກ​ລັດຖະສະພາ,​ ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຝຣັ່ງ-ຫວຽດນາມ ຢູ່​ສະພາ​ແຫ່ງ​ຊາດ. ນະ​ທີ່​ນີ້, ທ່ານ Pascal Deguilhem ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ​ຝຣັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ ຫວຽດນາມ ​ແລະ ປາດ​ຖະໜາ​ຢາກ​ຜັນ​ຂະຫຍາຍ​ກົນ​ໄກ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະຈຳ,​ ຫັນກາ​ນ ຮ່ວມ​ມື​ລະຫວ່າງສະພາ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ວິຊາ​ສະ​ເພາະ​ເປັນຫຼາຍ​ຮູບ​ຫຼາຍ​ແບບ​ດ້ວຍບັນດາ​ເນື້ອ​ໃນ​ທີ່​ອຸດົມສົມ​ບູນ​.

      ຄະ​ນະ​ຜູ້​ແທນກໍ່​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະ​ຖາ​ບັນ​ທາບ​ທາມ​ດ້ານ​ການ​ເມືອງຂອງຝຣັ່ງ​ໂດຍ​ທ່ານ Bernard Pascal, ປະທານພາກສ່ວນ​ຄຸ້ມ​ຄອງ​ສະ​ຖາ​ບັນ​ດັ່ງ​ກ່າວເປັນ​​ເຈົ້າ​ພາບ, ເຮັດ​ວຽກກັບ​ທ່ານ​ອະດີດ​ປະທານ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ສູງ​ຝຣັ່ງ Jean-Jacques Hyest; ເຮັດ​ວຽກກັບ​ຫ້ອງການ​ກົດໝາຍ​ລັດຖະທຳ​ມະນູນ ​ແລະ ຫ້ອງ​ການ​ກົດ​ໝາຍ​ລັດ​ຂອງ​ກະຊວງ​ຍຸຕິ​ທຳ​ຝຣັ່ງ. ບັນດາ​ການ​ເຮັດ​ວຽກ​​ໄດ້ສຸມ​ໃສ່​ຊອກ​ຮູ້​ອົງ​ປະກອບ, ບົດບາດ, ໜ້າ​ທີ່​ຂອງ​ບັນດາ​ອົງການທີ່​ຂຶ້ນ​ກັບ​ລະບົບ​ນິຕິບັນຍັດ​ຂອງ ຝຣັ່ງ; ກໍ່​ຄື​​ໄຈ້​ແຍກ, ຊອກ​ຮູ້​ຂັ້ນ​ຕອນ​ຂອງ​ບັນດາ​ອົງການ​ນີ້​ໃນ​ການ​ກໍ່ສ້າງ​ບັນດາ​ຮ່າງ​ກົດໝາຍ​ສຳຄັນ​ທີ່​ກ່ຽວຂ້ອງ​ເຖິງ​ກົດໝາຍ​ລັດຖະທຳ​ມະນູນ, ​ບັນຫາ​ລົງ​ປະ​ຊາ​ມະ​ຕິ.

ຂ່າວ/ບົດ​ອື່ນ