ກຳມາທິການການຕ່າງປະເທດຂອງ ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 4

ກຳມາທິການການຕ່າງປະເທດຂອງ ສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ 4 - ảnh 1
ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4
( ພາບ: vietnamplus.vn )


( vovworld ) -   ຕອນ​ບ່າຍ​ວັນ​ທີ 6/6, ຢູ່​ຮ່າ​ໂນ້ຍ, ​ກຳມາທິການ​ການ​ຕ່າງປະ​ເທດ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ​ ​ໄດ້ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ຄັ້ງ​ທີ 4 ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ Tran Van Hang ຫົວໜ້າ​​ກຳມາ​ທິການ​ການ​ຕ່າງປະ​ເທດຫວຽດນາມ. ທີ່​ວາລະ​ປະຊຸມ​ຄັ້ງ​ນີ້, ​ກຳມາທິການ​ການ​ຕ່າງປະ​ເທດ​ໄດ້​ພິຈາລະນາ, ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​​ໃສ່ແຜນ​ຮ່າງຍຸດ​ທະ​ສາດ​ການ​ຕ່າງປະ​ເທດ​ຂອງສາ​ພາ​ແຫ່ງ​ຊາດ​ແຕ່​ນີ້​ຮອດ​ປີ 2020; ​ຮ່າງບົດ​ລາຍ​ງານ​ວຽກ​ງານ​ການ​ເຄື່ອນ​ໄຫວ​ຂອງ​​ກຳມາ​ທິການ​ສະພາ​ແຫ່ງ​ຊາດ​ແຕ່​ກອງ​ປະຊຸມສະ​ໄໝ​ສາມັນ​ເທື່ອ​ທີ 2 ຫາ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດຫວຽດນາມ​ຊຸດ​ທີ 13 ​ແລະ ​ໂຄງການ​ປະຕິບັດ​ງານຮອດ​ທ້າຍປີ 2012. ​ໃນ​ປີ 2012, ​ກຳມາ​ທິການ​ສືບ​ຕໍ່​ຜັນ​ຂະຫຍາຍ​ແຜນການ​ສ້າງ​ກົດ​ໝາຍ, ລັດຖະບັນ​ຍັດ​​ປີ 2012, ສຸມ​ໃສ່​ຄົ້ນຄວ້າ, ປະກອບ​ຄຳ​ຄິດ​ຄຳ​ເຫັນຢ່າງ​ລະອຽດ​ກ່ຽວ​ກັບ​ການ​ປັບປຸງ, ​ເພີ່ມ​ເຕີມ​ລັດຖະທຳ​ມະນູ​ນປີ 1992 ຈາກ​ຜົນງານ​ຂ​ອງ​ວຽກ​ງານສະຫຼຸບ​ການ​ປະຕິບັດ​ລັດຖະທຳ​ມະນູນປີ 1992 ກ່ຽວ​ກັບ​ຂົງ​ເຂດ​ການ​ຕ່າງປະ​ເທດ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ທີ່ຂຶ້ນ​ກັບ​ຂົງ​ເຂດວຽກ​ງານ​ຂອງ​ກຳມາ​ທິການ. ກຳມາ​ທິການ​ສືບ​ຕໍ່​ເສີມຂະຫຍາຍ​ບົດບາດ​ທີ່​ຕັ້ງ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຢູ່​ບັນດາ​ເວທີ​ປາ​ໄສ​ສຳຄັນ​​ລະຫວ່າງ​ລັດຖະສາ​ພາ​ພາກ​ພື້ນ ​ແລະ ​ໂລກ, ພິ​ເສດ​​ແມ່ນເປັນ​ເສນາ​ທິການ​ແຕ່ງ​ຕັ້ງ​ຄະນະ​ຜູ້​ແທນ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ເຂົ້າ​ຮ່ວມກອງ​ປະຊຸມ​​ສະມັດຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດອາ​ຊຽນຄັ້ງ​ທີ 33 ( AIPA 33 ) ຢູ່​ອີນ​ໂດ​ເນ​ເຊຍ​ໃນ​ເດືອນ 9/2012.

ຂ່າວ/ບົດ​ອື່ນ