ກຳມາທິການຍຸຕິທຳຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ7

(VOVWORLD) -ຕອນບ່າຍວັນທີ 5 ກັນຍາ ຢູ່ ຮ່າໂນ້ຍ, ກຳມາທິການຂອງສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 7. 
ກຳມາທິການຍຸຕິທຳຂອງສະພາແຫ່ງຊາດຈັດກອງປະຊຸມຄົບຄະນະຄັ້ງທີ7 - ảnh 1 ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ  ກ່າວຄຳເຫັນທີ່ກອງປະຊຸມ

ບົດລາຍງານຂອງລັດຖະບານກ່ຽວກັບວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງປີ 2017 ຊີ້ແຈ້ງບັນດາໝາກຜົນຢ່າງຕັ້ງຫນ້າ. ການປະຕິຮູບລະບຽບການບໍລິຫານໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ມີຄວາມຮັບຜິດຊອບໃນການອະພິປາຍຂອງບັນດາອົງການໃນການປະຕິບັດຫນ້າທີ່ທີ່ໄດ້ຮັບການມອບໝາຍ ກໍ່ໄດ້ຍົກສູງຂຶ້ນ, ການເຄື່ອນໄຫວຂອງອົງການຈັດຕັ້ງ, ຫົວຫນ່ວຍໄດ້ເປີດເຜີຍ, ວຽກງານຕິດຕາມກວດກາຂອງບັນດາອົງການຂອງສະພາແຫ່ງຊາດໄດ້ຮັບການເພີ່ມທະວີ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ອວງຈູລືວ ຮັບຮູ້ວ່າ: ປີ 2017 ພາຍໃຕ້ການຊີ້ນຳຢ່າງຂ້ຽວຂາດ, ວຽກງານປ້ອງກັນ ຕ້ານການສໍ້ລາດບັງຫລວງໄດ້ມີບັນດາການຫັນປ່ຽນຕັ້ງຫນ້າ.  

ຕອບກັບ

ຂ່າວ/ບົດ​ອື່ນ