ກຳມາທິການບັນດາ ບັນຫາສັງຄົມປະກອບ ຄວາມເຫັນໃຫ້ກົດໝາຍ ວ່າດ້ວຍແຂ່ງຂັນຍ້ອງຍໍ

ກຳມາທິການບັນດາ ບັນຫາສັງຄົມປະກອບ ຄວາມເຫັນໃຫ້ກົດໝາຍ ວ່າດ້ວຍແຂ່ງຂັນຍ້ອງຍໍ - ảnh 1
(ພາບປະກອບ)

(vov) - ຕອນ​ເຊົ້າ​ວັນ​ທີ 29/9, ຢູ່​ນະຄອນ ໂຮ່ຈີ​ມິນ, ກຳມາ​ທິການບັນດາ​ບັນຫາ​ສັງຄົມ​​ໄດ້​ຈັດ​ວາລະ​ປະຊຸມ​ອະພິປາຍກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ວ່າ​ດ້ວຍ​ແຂ່ງຂັນ​ຍ້ອງຍໍ. ວາລະ​ປະຊຸມ​ແນ​ໃສ່​ຮັບ​ເອົາ​ຄວາມ​ເຫັນ​ເພື່ອ​ກະກຽມ​ໃຫ້ວິວັດການ​ກວດກາ​ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ແຂ່ງຂັນ, ຍ້ອງຍໍ. ທ່ານ​ນາງ Truong Thi Mai ຫົວໜ້າກຳມາ​ທິການບັນດາ​ບັນຫາ​ສັງຄົມສະພາ​ແຫ່ງ​ຊາດ, ​ໃຫ້​ຮູ້​ວ່າ:

        ”ຮ່າງ​ກົດໝາຍສະບັບ​ປັບປຸງ, ​ເພີ່ມ​ເຕີມ​ບາງ​ຂໍ້​ມາດຕາ​ຂອງ​ກົດໝາຍ​ວ່າ​ດ້ວຍ​ແຂ່ງຂັນ, ຍ້ອງຍໍຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດໃຫ້​ຄວາມ​ເຫັນ​ໃນ​ກອງ​ປະຊຸມ​ສະ​ໄໝ​ເດືອນ 5/2013, ​ແລະ​ ຄາດ​ວ່າ​ຈະ​ໄດ້​​ຮັບຮອງ​ເອົາ​ໃນ​ກອງ​ປະຊຸມ​ສະ​ໄໝ​ເດືອນ 10/2013. ບົນ​ພື້ນຖານ​ຕີ​ລາຄາ​ສະພາບ​ການ​ແຂ່ງຂັນ, ຍ້ອງຍໍ, ຄວາມ​ສະດວກ, ສິ່ງ​ຄົງ​ຄ້າງ​ໃນ​ວິວັດ​ແຫ່ງ​ການ​ປະຕິບັດ ​ເພື່ອ​ປັບປຸງ​ເພີ່ມ​ເຕີມ​​ໃຫ້​ກົດໝາຍ ​ແນ​ໃສ່​ແກ້​ໄຂ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ວຽກ​ງານ​ແຂ່ງຂັນ, ຍ້ອງຍໍ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ​ກວ່າ”

 

 

 

ຂ່າວ/ບົດ​ອື່ນ