ກຳມາທິການວິທະຍາສາດ ແລະ ເຕັກໂນໂລຊີຂອງສະພາແຫ່ງຊາດ ຈັດກອງປະຊຸມຊັກຖາມ

ກຳມາທິການວິທະຍາສາດ ແລະ ເຕັກໂນໂລຊີຂອງສະພາແຫ່ງຊາດ ຈັດກອງປະຊຸມຊັກຖາມ - ảnh 1
(ທ່ານ​ລັດຖະມົນຕີກະຊວງວິທະຍາສາດ ​
ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ Nguyen Quan)

(vovworld) -     ຕອນ​ເຊົ້າ​ວັນ​ທີ 22/9, ​ກຳມາທິການ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໄດ້ຈັດ​ກອງ​ປະຊຸມ​ຊັກ​ຖາມ​ລັດຖະມົນຕີ​ກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ແລະ ຜູ້​ຕາງໜ້າ​ກະຊວງ​ການ​ເງິນ, ກະຊວງ​ແຜນການ ​ແລະ ການ​ລົງທຶນ ກ່ຽວ​ກັບ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ປະຕິບັດ​ໜ້າ​ທີ່​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ. ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ສຸມ​ໃສ່​ 4 ກຸ່ມບັນຫາ​ຕົ້ນ​ຕໍ່​ນັ້ນ​ແມ່ນ: ລະບົບ​ເອກະສານ​ນິຕິ​ກຳ​ກ່ຽວ​ກັບ​ກົນ​ໄກ​ການ​ເງິນ ​ແລະ ລະດົມ​ແຫຼ່ງກຳລັງ​ໃຫ້​ແກ່​ຂົງ​ເຂດວິທະຍາສາດ​ເຕັກ​ໂນ​ໂລ​ຊີ; ​ເລື່ອງ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ ​ແລະ ໜ້າ​ທີ່​ຮັບຜິດຊອບ​ຂອງ​ບັນດາ​ກະຊວງ​ທ່ີກ່ຽ​ວຂ້ອງ​​ໃນ​ການ​ລະດົມ, ຈັດ​ແບ່ງ, ນຳ​​ໃຊ້ ​ແລະ​ກວດກາ​ການ​ປະຕິບັດ​ລາຍ​ຈ່າຍ​ງົບປະມາ​ແຫ່ງ​ລັດ ​ແລະ ບັນດາ​ແຫຼ່ງ​ເງິນລົງທຶນ​ອື່ນໆ​ໃຫ້​ແກ່ຂົງ​ເຂດວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ; ທິດ​ທາງ, ມາດ​ຕະການ​​ໃໝ່​ສຳລັບ​ກົນ​ໄກ​ການ​ເງິນ ​ແລະ ລະດົມ​ບັນດາ​ແຫຼ່ງກຳ​ລັງ​ລົງທຶນ​ໃຫ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ.

        ​ໃນ​ການ​ຕອບ​ຄຳຊັກ​ຖາມ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 22/9, ທ່ານ​ລັດຖະມົນຕີກະຊວງວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີຫວຽດນາມ Nguyen Quan ​ໄດ້​ຖື​ວ່າ, ຖ້າ​ຫາກ​ກົດໝາຍວ່າ​ດ້ວຍວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ (ສະບັບ​ປ​ັບປຸງ) ຄັ້ງ​ນີ້​ໄດ້​ຮັບ​ການຮັບຮອງ​ເອົາ, ທາງກະຊວງ​ຈະ​ມອບ​​ສິດ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ​ຢ່າງ​ຮີບ​ດ່ອນ ​ເພື່ອ​ສາມາດ​ມອບ​ໂອນ​ກຳມະສິດໝາກຜົນ​ຂອງ​ການ​ຄົ້ນຄວ້າ​ໃຫ້​ບັນດາ​ນັກວິທະຍາສາດ.

ຂ່າວ/ບົດ​ອື່ນ