ກຳມາທິການສະພາຕຳ່ອາເມລິກາຮັບຮອງເອົາຮ່າງກົດໝາຍກ່ຽວກັບຂໍ້ຕົກລົງນິວເຄຼຍ

ກຳມາທິການສະພາຕຳ່ອາເມລິກາຮັບຮອງເອົາຮ່າງກົດໝາຍກ່ຽວກັບຂໍ້ຕົກລົງນິວເຄຼຍ - ảnh 1

ໂຮງງານນິວຄະເລຍ Arak ຂອງ Iran (ພາບ: wikipedia)

(vovworld) - ວັນ​ທີ 7/1, ກຳມາ​ທິການ​ການ​ຕ່າງປະ​ເທດ​ສະພາ​ຕຳ່​ອາ​ເມ​ລິ​ກາ​ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍ ມອບ​ສິດຕິດຕາມ​ກວດກາ​​ຂໍ້​ຕົກລົງ​ນິວເຄຼຍ​ຂອງ ອີ​ຣານຫຼາຍ​ກວ່າໃຫ້​ສະພາ​ແຫ່ງ​ຊາດ​. ຮ່າງ​ກົດໝາຍ​ມີ​ຊື່ວ່າ “ກົດໝາຍ​ວ່າ​ດ້ວຍ​​ເຮັດ​ແຈ້ງດ້ານການ​ເງິນສຳລັບ​ການ​ກໍ່​ການ​ຮ້າຍ ອີ​ຣານ“ ຈະ​ຫ້າມ​ທຳນຽບຂາວ​ລົບ​ຊື່​ບັນດາ​ສ່ວນ​ບຸກຄົນ ​ແລະ ອົງການ​ການ​ເງິນ​ຕ່າງປະ​ເທດ​ອອກ​ຈາກ​ບັນຊີ​ລາຍ​ຊື່​ດຳ​ຂອງ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ, ຈົນ​ຮອດ​ເວລາ​ທີ່​ປະທານາທິບໍດີ​ຢືນຢັນ​ກັບ​ສະພາ​ແຫ່ງ​ຊາດ​ວ່າ, ບັນດາ​ເປົ້າ​ໝາຍ​ນີ້​ບໍ່​ກ່ຽວຂ້ອງ​ເຖິງ​ໂຄງການ​ລູກ​ສອນ​ໄຟ​ນຳ​ວິຖີ​ຂອງ ອີຣານ ຫຼື​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍອື່ນໆ. ຕາມ​ແຜນການ​ແລ້ວ, ສະພາ​ຕຳ່​ຈະ​ປ່ອນ​ບັດ​ໃຫ້ຮ່າງ​ກົດໝາຍ​ນີ້​​ໃນ​ສັບປະດາຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ