ກຳລັງ Taliban ຢືນຢັນດ້ວຍຄຳຂາດວ່າ ເຂົາເຈົ້າບໍ່ຮັບຮູ້ຄຳສະເໜີຢຸດຍິງຂອງ ອາເມລິກາ

ກຳລັງ Taliban ຢືນຢັນດ້ວຍຄຳຂາດວ່າ ເຂົາເຈົ້າບໍ່ຮັບຮູ້ຄຳສະເໜີຢຸດຍິງຂອງ ອາເມລິກາ - ảnh 1
( ພາບຈາກອີນເຕີແນດ )
( vov world )     ວັນ​ທີ 1 ກຸມພາ, ກຳລັງ Taliban ຢູ່ ອາບ​ກາ​ນິດ​ສຖານ ຢືນຢັນ​ດ້ວຍ​ຄຳ​ຂາດ​ວ່າ ເຂົາ​ເຈົ້າບໍ່​ຮັບຮູ້​​ຄຳສະ​ເໜີຢຸດ​ຍິງ​ຂອງ ອາ​ເມ​ລິ​ກາ ຄືດັ່ງເງື່ອນ​ໄຂ​ເພື່ອ​ດຳ​ເນີນ​ການ​ເຈລະຈາ​ສັນຕິພາບ, ​ແຕ່​ກໍ​​ວ່າ​ບໍ່​ມີ​ຄຳວິຈານ​​ໃດໆກ່ຽວ​ກັບ​ບົດ​ລາ​ຍງານ​ຂອງ​ກອງທັບ​ ອາ​ເມ​ລິ​ກາ ​ທີ່ເວົ້າວ່າ Taliban ຄາດ​ວ່າ​ຈະ​ກັບ​ຄືນມາ​ປົກຄອງ ອາບ​ກາ​ນິດ​ສຖານ ​ເມື່ອ​ກຳ​ລັງ​ທະຫານ​ປະສົມ​​​ຖອນອອກ​ຈາກ​ປະ​ເທດ​ນີ້. ​ໂຄສົກ​ຂອງ Taliban, ທ່ານ Qari Yousuf Ahmadi ​ໃຫ້ຮູ້ວ່າ ການ​ສູ້​ຮົບທີ່​ດຸ​ເດືອ​ດຂອງ Taliban ຈະ​ສືບ​ຕໍ່​ດຳ​ເນີນ​ຈົນ​ກວ່າ Taliban ສ້າງ​ຕັ້ງ​​ລັດຖະບານ​ ມຸດ​ສະ​ລິ​ມ ຢູ່ ອາບ​ກາ​ນິດ​ສຖານ​ໄດ້, ​ເຖິງ​ວ່າ​ກອງທັບ​ຕ່າງປະ​ເທດ​ເວົ້າ​ວ່າ ​​ເຂົາເຈົ້າ​ຈະ​ຖອນອອກ​ຈາກ ອາບ​ກາ​ນິດ​ສຖານ ​ໃນ​ປີ 2012 ຫຼື 2015. ອົງການ NATO ​​ໃຫ້​ຮູ້​ວ່າ Taliban ຄາດ​ວ່າ​ຈະ​ກັບ​ຄືນ​ມາປົກຄອງ ອາບ​ກາ​ນິດ​ສຖານ ພາຍ​ລັງ​ກຳລັງ​ໂດຍ NATO ນຳ​ໜ້າ​ຖອນ​ອອກ​ຈາກ​ປະ​ເທດນີ້ໃນ​ປີ 2014 .

ຕອບກັບ

ຂ່າວ/ບົດ​ອື່ນ