ກຳລັງຕຳຫຼວດແລະກອງທັບສົມທົບກັນຮັກສາສະຖຽນລະພາບດ້ານການເມືອງ,ພັດທະນາເສດຖະຫກິດ-ສັງຄົມຂອງປະເທດຊາດ

ກຳລັງຕຳຫຼວດແລະກອງທັບສົມທົບກັນຮັກສາສະຖຽນລະພາບດ້ານການເມືອງ,ພັດທະນາເສດຖະຫກິດ-ສັງຄົມຂອງປະເທດຊາດ - ảnh 1
ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ​ລະຫວ່າງ​ກະຊວງ​ຕຳຫຼວດ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ
(ພາບ: Việt Hưng)

(vovworld) – ວັນ​ທີ 10/7, ພົນ​ໂທ ດັ້ງ​ວັນ​ຮ໋ຽວ, ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ຜູ້​ປະຈຳການ​ກະຊວງ​ຕຳຫຼວດ, ທ່ານ​ພົນ​ໂທ ​ໂດ໋​ບ໋າ​ຕິ້, ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ເສນາ​ທິການ​​ໃຫຍ່​ກອງທັບ​ປະຊາຊົນ ຫວຽດນາມ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ​ຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ​ລະຫວ່າງ​ກະຊວງ​ຕຳຫຼວດ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ວຽກ​ງານ​ສົມທົບ​ກັນ​ປະຕິບັດ​ໜ້າ​ທີ່​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ແຫ່ງ​ຊາດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ໃນ 6 ​ເດືອນ​ຕົ້ນ​ປີ 2014.

    ທີ່​ກອງ​ປະຊຸມ, ທ່ານ​ຮອງ​ລັດຖະມົນຕີ ດັ້ງ​ວັນ​ຮ໋ຽວ ​ແລະ ທ່ານ​ຮອງ​ລັດຖະມົນຕີ ​ໂດ໋​ບ໋າ​ຕິ້ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳລັງ​ຕຳຫຼວດ - ກອງທັບ​ຕ້ອງ​ສືບ​ຕໍ່​ສົມທົບ​ກັນ​ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ທັດສະນະ, ​ແຜນ​ນະ​ໂຍບາຍ​ຊີ້​ນຳ​ຂອງ​ກົມ​ການ​ເມືອງ, ລັດຖະບານ​ກ່ຽວ​ກັບ​ຈຸດໝາຍ, ໜ້າ​ທີ່​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບຢ່າງ​ມີ​ປະສິດທິ​ຜົນ. 2 ຂະ​ແໜງ​ຄວນ​ເປັນ​ເຈົ້າ​ການ​ກຳ​ແໜ້ນ​ສະພາບ​ການ, ຜັນ​ຂະຫຍາຍ​ການປະຕິບັດ​ບັນດາ​ວິທີ​ການ, ​ແຜນການ​ປະກອບສ່ວນ​ຮັກສາ​ສະຖຽນ​ລະ​ພາບ​ທາງ​​ການ​ເມືອງ, ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ.



ຂ່າວ/ບົດ​ອື່ນ