ກຳ​ລັງ​ທະ​ຫານ ສືບ​ຕໍ່​ໃຫ້​ການ​ໜູນ​ຊ່ວຍ​ນະ​ຄອນ ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ພາກ​ໃຕ້ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ຕອນເຊົ້າວັນທີ 29 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ເຮັດວຽກກັບຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ.
ກຳ​ລັງ​ທະ​ຫານ ສືບ​ຕໍ່​ໃຫ້​ການ​ໜູນ​ຊ່ວຍ​ນະ​ຄອນ ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ພາກ​ໃຕ້ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ  (ພາບ: TTXVN)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ ມາຮອດປັດຈຸບັນ, ສະພາບການໂລກລະບາດຢູ່ນະຄອນ ໂຮ່ຈມິນ ແລະ ບັນດາແຂວງພາກໃຕ້ ຫວຽດນາມ ໄດ້ຮັບການຄວບຄຸມໂດຍພື້ນຖານ, ຈຳນວນຜູ້ຕິດເຊື້ອກໍມີທ່າອ່ຽງຫຼຸດລົງ. ພາຍຫຼັງວັນທີ 30 ກັນຍາ, ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ຈະເລີ່ມຜ່ອນຜັນມາດຕະການຈຳກັດບໍລິເວນ, ຟື້ນຟູການຜະລິດ, ດຳເນີນທຸລະກິດ. ເຖິງຢ່າງໃດກໍຕາມ, ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ກ່ອນທີ່ບັນດາທ້ອງຖິ່ນບັນລຸພຸມຕ້ານທານໃນຊຸມຊົນ, ກຳລັງທະຫານ ຈະສືບຕໍ່ໃຫ້ການໜູນຊ່ວຍນະຄອນ ໂຮ່ຈີມິນ ແລະ ບັນດາແຂວງພາກໃຕ້ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ກຳ​ລັງ​ທະ​ຫານ ສືບ​ຕໍ່​ໃຫ້​ການ​ໜູນ​ຊ່ວຍ​ນະ​ຄອນ ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ພາກ​ໃຕ້ ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 2ວິສາຫະກິດ ແລະ ປະຊາຄົມຊາວ ອິນໂດເນເຊຍ ອາໄສ ຢູ່ ນະຄອນ ໂຮ່ຈີມິນ ຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (ພາບ: dangcongsan.vn)
ນະຄອນ ໂຮ່ຈີມິນ ກໍສືບຕໍ່ໄດ້ຮັບການໜູນຊ່ວຍຈາກບັນດາວິສາຫະກິດ ແລະ ປະຊາຄົມຊາວ ຕ່າງປະເທດ ອາໄສຢູ່ນະຄອນ ໂຮ່ຈີມິນ. ວັນທີ 29 ກັນຍາ, ສະຖານກົງສູນ ອິນໂດເນເຊຍ ປະຈຳ ນະຄອນ ໂຮ່ຈີມິນ ໄດ້ມອບເງິນຈຳນວນ 169 ລ້ານ ດົ່ງ (ປະມານກວ່າ 7.400 USD) ແລະ ເຄື່ອງໃຊ້ສອຍທີ່ຈຳເປັນ ດ້ວຍມຸນຄ່າກວ່າ 120 ລ້ານດົ່ງ (ປະມານກວ່າ 5.200 USD) ໃຫ້ແກ່ຜູ້ຕາງໜ້າຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ໂຮ່ຈີມິນ. ນີ້ແມ່ນການຊ່ວຍເຫຼືອຂອງບັນດາວິສາຫະກິດ ແລະ ປະຊາຄົມຊາວ ອິນໂດເນເຊຍ ອາໄສ ຢູ່ ນະຄອນ ໂຮ່ຈີມິນ ຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

        ໃນຕອນເຊົ້າຂອງວັນດຽວກັນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ Good Neighbors (ສ.ເກົາຫຼີ) ກໍໄດ້ມອບຂອງຂວັນຈຳນວນ 1.000 ພູດ ດ້ວຍມູນຄ່າ ເກືອບ 22.000 USD ໃຫ້ແກ່ ເມືອງ ເຕິນຝູ.


ຕອບກັບ

ຂ່າວ/ບົດ​ອື່ນ