ກຳລັງທະຫານປ້ອງກັນຊາຍແດນປະກອບສ່ວນເຂົ້າໃນຜົນສຳເລັດຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຳລັງກອງທັບຕ້ອງເພີ່ມທະວີວຽກງານກວດກາ, ຄຸ້ມຄອງວຽກງານຈຳກັດບໍລິເວນບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ຜູ້ອອກແຮງງານທີ່ມີຄຸນນະພາບສູງ… ຢູ່ບັນດາທ້ອງຖິ່ນ

ກຳລັງທະຫານປ້ອງກັນຊາຍແດນປະກອບສ່ວນເຂົ້າໃນຜົນສຳເລັດຂອງວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ

(ພາບ: qdnd.vn)

ຕອນບ່າຍວັນທີ 11 ສິງຫາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ໄດ້ມີການເຮັດວຽກກັບກອງບັນຊາການທະຫານຊາຍແດນ ກ່ຽວກັບວຽກງານປົກປັກຮັກສາເຂດຊາຍແດນ ແລະ ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຢືນຢັນເຖິງບົດບາດຫຼັກແຫຼ່ງຂອງກຳລັງກອງທັບ, ໃນນັ້ນມີກຳລັງທະຫານປ້ອງກັນຊາຍແດນ, ໃນການປະຕິບັດການຊີ້ນຳນຳພາຂອງພັກ, ລັດຢ່າງເຂັ້ມງວດ, ປະຕິບັດໜ້າທີ່ຄວາມຮັບຜິດຊອບໃນການຮັກສາເສັ້ນຊາຍແດນໃຫ້ສຳເລັດເວົ້າລວມ, ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ເວົ້າສະເພາະ. ທ່ານຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ກຳລັງກອງທັບຕ້ອງເພີ່ມທະວີວຽກງານກວດກາ, ຄຸ້ມຄອງວຽກງານຈຳກັດບໍລິເວນບັນດານັກຊ່ຽວຊານ, ນັກຄຸ້ມຄອງ, ຜູ້ອອກແຮງງານທີ່ມີຄຸນນະພາບສູງ… ຢູ່ບັນດາທ້ອງຖິ່ນ, ບົນຈິດໃຈຮັບປະກັນເປົ້າໝາຍ “ຄວບຄູ່” ແມ່ນທັງປ້ອງກັນ, ສະກັດກັ້ນໂລກລະບາດ, ທັງພັດທະນາເສດຖະກິດຂອງປະເທດຊາດ.

        ໃນເຫດການທີ່ກ່ຽວຂ້ອງ, ທີ່ການລົງກວດກາຄວາມຄືບໜ້າການກໍ່ສ້າງໂຮງໝໍກາງສະໜາມຢູ່ ໂຮງກິລາ ຕຽນເຊີນ, ວັນທີ 11 ສິງຫາ, ທ່ານຮອງເລຂາຜູ້ປະຈຳຄະນະພັກນະຄອນດ່ານັ້ງ ຫງວຽນວັນກວາງ ສະເໜີໃຫ້ບັນດາຫົວໜ່ວຍຈົ່ງຮັບປະກັນໃຫ້ໂຮງໝໍກາງສະໜາມ ໄດ້ເຄື່ອນໄຫວຖືກຕ້ອງຕາມກຳນົດເວລາໃນວັນທີ 14 ສິງຫາ. ປະຈຸບັນ, ພະແນກສາທາລະນະສຸກນະຄອນດ່ານັ້ງ ໄດ້ລະດົມພະນັກງານການແພດ 200 ຄົນ, ນັກສຶກສາ 200 ຄົນທີ່ໄດ້ຝຶກອົບຮົມກ່ຽວກັບວຽກງານເບິ່ງແຍງດູແລ, ຕ້ອນຮັບຄົນເຈັບ, ປະຕິບັດການວິໄຈຫາເຊື້ອໂຄວິດ-19 ຢູ່ກັບທີ່.

ຕອບກັບ

ຂ່າວ/ບົດ​ອື່ນ