ກຳ​ລັງ​ທະ​ຫານ​ປະ​ສົມ ອາ​ເມ​ລິ​ກາ - ອັງ​ກິດ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ໃສ່​ສອງ​ທ່າ​ກຳ​ປັ່ນ ໂດຍ Houthi ຄຸ້ມ​ຄອງ​ຢູ່​ເຢ​ແມນ

(VOVWORLD) - ບັນດາເຮືອບິນສູ້ຮົບຂອງກຳລັງທະຫານປະສົມ ອາເມລິກາ - ອັງກິດໄດ້ດຳເນີນ 6 ເຫດບຸກໂຈມຕີແນໃສ່ ສອງທ່າກຳປັ່ນ ໂດຍ Houthi ຄຸ້ມຄອງຢູ່ທາງທິດຕາເວັນຕົກ ເຢແມນ ໃນວັນທີ 21 ກໍລະກົດ.
ກຳ​ລັງ​ທະ​ຫານ​ປະ​ສົມ ອາ​ເມ​ລິ​ກາ - ອັງ​ກິດ ບຸກ​ໂຈມ​ຕີ​ທາງ​ອາ​ກາດ​​ໃສ່​ສອງ​ທ່າ​ກຳ​ປັ່ນ ໂດຍ Houthi ຄຸ້ມ​ຄອງ​ຢູ່​ເຢ​ແມນ - ảnh 1ພາບປະກອບ: TTXVN

ສະຖານະໂທລະພາບ al-Masirah ໂດຍ Houthi ບໍລິຫານໄດ້ລົງຂ່າວວ່າ, ບັນດາເຮືອບິນສູ້ຮົບຂອງກຳລັງທະຫານປະສົມ ອາເມລິກາ - ອັງກິດໄດ້ດຳເນີນ 6 ເຫດບຸກໂຈມຕີແນໃສ່ ສອງທ່າກຳປັ່ນ ໂດຍ Houthi ຄຸ້ມຄອງຢູ່ທາງທິດຕາເວັນຕົກ ເຢແມນ ໃນວັນທີ 21 ກໍລະກົດ. ຕາມແຫຼ່ງຂ່າວແລ້ວ, ມີ 4 ເຫດບຸກໂຈມຕີທາງອາກາດເລັ່ງໃສ່ທ່າກຳປັ່ນ Ras Issa, ຢູ່ນະຄອນ Hodeidah ທາງທິດຕາເວັນຕົກສ່ຽງເໜືອຂອງ ເຢແມນ, 2 ເຫດບຸກໂຈມຕີອື່ນເລັ່ງໃສ່ທ່າກຳປັ່ນ ຢູ່ແຂວງ Hajjah, ທາງທິດເໜືອ Hodeidah. 

ນັບແຕ່ເດືອນມັງກອນ ປີ 2024, ກອງທັບເຮືອ ອາເມລິກາ ແລະ ອັງກິດໄດ້ດຳເນີນບັນດາເຫດບຸກໂຈມຕີທາງອາກາດ ແລະ ການບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ບັນດາເປົ້າໝາຍຂອງ Houthi ເພື່ອສະກັດກັ້ນເຫດບຸກໂຈມຕີຂອງກຸ່ມນີ້. ສິ່ງນີ້ກໍ່ພາໄປເຖິງການເພີ່ມທະວີບັນດາເຫດບຸກໂຈມຕີຂອງ ກຸ່ມ Houthi ເລັ່ງໃສ່ກຳປັ່ນການຄ້າ ກໍ່ຄືບັນດາກຳປັ່ນທະຫານເຮືອຂອງອັງກິດ ແລະ ອາເມລິກາ ຢູ່ທະເລແດງ.

ຕອບກັບ

ຂ່າວ/ບົດ​ອື່ນ