ກຳລັງທະຫານປະສົມສາກົນດຳເນີນການບຸກໂຈມຕີທາງອາກາດ26ຄັ້ງຢູ່ຊີຣີ,ອີຣັກ

ກຳລັງທະຫານປະສົມສາກົນດຳເນີນການບຸກໂຈມຕີທາງອາກາດ26ຄັ້ງຢູ່ຊີຣີ,ອີຣັກ - ảnh 1
ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ
ພາບ:AFP

(vovworld)-​ ວັນ​ທີ 7/2, ກອງ​ທັບ​ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ກຳ​ລັງ​ທະ​ຫານ​ປະ​ສົມ​ສາ​ກົນ  ໂດຍ​ອາ​ເມ​ລິ​ກາ ນຳ​ຫນ້າໄດ້​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ 15 ຄັ້ງ​ຢູ່ ອີ​ຣັກ ແລະ 11 ຄັ້ງ​ຢູ່ ຊີ​ຣີ ເພື່ອ​ເລັ່ງ​ໃສ່​ບັນ​ດາ​ຖານ​ທີ່​ໝັ້ນ​ຂອງ​ທະ​ຫານ​ກະ​ບົດ ລັດ​ອິດ​ສະ​ລາມ IS . ໃນ​ຂະ​ນະ​ນັ້ນ, ບັ້​ນ​ບຸກ​ໂຈມ​ຕີ ຢູ່ ອີ​ຣັກ ດຳ​ເນີນ​ໄປ​ໃນ​ເວ​ລາ 24 ຊົ່ວ​ໂມງ ເລີ່ມ​ແຕ່​ວັນ​ທີ 6/2 ເລັ່ງ​ໃສ່​ບັນ​ດາ​ເຂດ​ຢູ່​ພາກ​ເຫນືອ​ປະ​ເທດນີ້. ແລະ​ກໍ​ໃນ​ວັນ​ທີ 6/2, ອົງ​ການ​ຕິດ​ຕາມກວດ​ກາ​ສິດ​ທິ​ມະ​ນຸດ ຊີ​ຣີ ມີ​ສຳ​ນັກ​ງານ​ຕັ້ງ​ຢູ່ ອັງ​ກິດ ໃຫ້​ຮູ້​ວ່າ: ມີ​ສະ​ມາ​ຊິກ IS 30 ຄົນ​ຖືກ​ດັບ​ສູນ. ວັນ​ທີ 7/2, ກຳ​ລັງ​ປະ​ກອບ​ອາ​ວຸດ ຈໍ​ແດນ ໃຫ້​ຮູ້​ວ່າ: ປະ​ເທດນີ້ ໄດ້​ປຸກ​ລະ​ດົມ​ບັນ​ດາບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ໃນ​ມື້​ທີ 3 ລຽນ​ຕິດ ພາຍ​ຫລັງ​ນັກ​ບິນ​ຊາວ ຈ​ໍ​ແດນ ຖືກ​ IS ສັງ​ຫານ.

 

 

 

 

ຂ່າວ/ບົດ​ອື່ນ