ກຳລັງນິວຄະເລຍຍຸດ ທະສາດລັດເຊຍຊ້ອມ ຮົບດ້ວຍຂອບຂະໜາດໃຫຍ່

ກຳລັງນິວຄະເລຍຍຸດ ທະສາດລັດເຊຍຊ້ອມ ຮົບດ້ວຍຂອບຂະໜາດໃຫຍ່ - ảnh 1
ລູກສອນໄຟຍຸດທະສາດຂອງລັດເຊຍ (ພາບ: RIA Novosti)

(vovworld) - ວັນ​ທີ 20/10, ກຳລັງ​ນິວຄະ​ເລ​ຍຍຸດ​ທະ​ສາດ​ລັດ​ເຊຍ​​ໄດ້​ປະຕິບັດສຳ​ເລັດບັ້ນຊ້ອມ​ຮົບ​ດ້ວຍ​ຂອບ​ຂະໜາດ​ໃຫຍ່, ພາຍ​ໃຕ້​ການ​ບັນຊາ​​ໂດຍ​ກົງຂອງຜູ້​ບັນຊາ​ການ​ໃຫຍ່​ສູງ​ສຸດ​ກອງທັບ​ລັດ​ເຊຍ, ທ່ານ​ປະທານາ​ທິບໍ່​ດີ​ລັດ​ເຊຍ Vladimir Putin. ການຊ້ອມ​ຮົບ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ນີ້​ ຖືກ​ຈັດ​ຂຶ້ນ​ຄັ້ງ​​ເປັນ​ເທື່ອທຳ​ອິດ​ໃນ​ຍຸກ​ປະຈຸ​ບັນ​ຂອງ​ລັດ​ເຊຍ. ລະບົບ​ບັນຊາ​ກຳລັງ​ນິວຄະ​ເລຍ​ຍຸດ​ທະ​ສາດ ​ແລະ ການ​ຍິງ​ລູກ​ສອນ​ໄຟ​ຕ່າງໆ ​ໄດ້​ຮັບ​ການ​ປະຕິບັດ​ສຳ​ເລັດ. ​ທ່ານ​ປະທານາ​ທິບໍ່​ດີ​ລັດ​ເຊຍ Vladimir Putin​ ໄດ້​ຕີ​ລາຄາ​ສູງ​ລະດັບ​ການປະສານ​ສົມທົບ​ລະຫວ່າງ ​ບັນດາ​ຫົວໜ່ວຍ ​ແລະ ກອງ​ເສນາ​ທິການ​ໃຫຍ່​ກອງທັບ​ລັດ​ເຊຍ, ​ເຊິ່ງ​ໄດ້​ປະຕິບັດ​ສຳ​ເລັດ​ບັນດາ​ໜ້າ​ທີ່​ທີ່​ໄດ້​ວາງ​ອອກ, ຢັ້ງຢືນ​ລະດັບ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ປະສິດທິ​ຜົນ​ຂອງ​ກຳລັງ​ນິວຄະ​ເລຍ​ຍຸດ​ທະ​ສາດ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ