ກຳລັງປ້ອງກັນຄວາມສະຫງົບນາໆຊາດ ຈະໄດ້ຮັບການຜັນຂະຫຍາຍຢູ່ Haiti ໃນເດືອນ ພຶດສະພາ

(VOVWORLD) -ລັດຖະມົນຕີການຕ່າງປະເທດ Bahamas, ທ່ານ Fred Mitchell ໄດ້ຢັ້ງຢືນວ່າ ການເຄື່ອນໄຫວຜັນຂະຫຍາຍກຳລັງນາໆຊາດ ເພື່ອຟື້ນຟູຄວາມໝັ້ນຄົງຢູ່ Haiti ຈະເລີ່ມຕົ້ນແຕ່ວັນທີ  26 ພຶດສະພາ. 
 
ກຳລັງປ້ອງກັນຄວາມສະຫງົບນາໆຊາດ ຈະໄດ້ຮັບການຜັນຂະຫຍາຍຢູ່ Haiti ໃນເດືອນ ພຶດສະພາ - ảnh 1ລົດຂອງຕຳຫລວດ ພວມລາດຕະເວນຢູ່ ຖະຫນົນທີ່ Port-au-Prince, Haiti ເມື່ອວັນທີ 2/4/2024. ພາບປະກອບ:AFP/TTXVN

ມາຮອດປະຈຸບັນ ມີ 7 ປະເທດຢູ່ ທະວີບອາຟຼິກາ, ອາຊີ ແລະ Caribe, ລວມມີ: Kenya, Bahamas, Jamaica, Barbados, Benin, Chad ແລະ Bangladesh ໄດ້ສະແດງຄວາມພ້ອມແລ້ວທີ່ຈະສະຫນອງແຫລ່ງຊັບພະຍາກອນມະນຸດໃຫ້ແກ່ຄະນະປະຕິບັດງານຫນູນຊ່ວຍກຳລັງປ້ອງກັນຄວາມສະຫງົບນາໆຊາດທີ່ໄດ້ຮັບການຜັນຂະຫຍາຍ ຢູ່ Haiti.

ສ່ວນຫົວຫນ້າພັນທະມິດບັນດາກຸ່ມປະກອບອາວຸດ “Viv Ansanm”, Jimmy Cherizier ໄດ້ຖະແຫລງວ່າ ພັນທະມິດນີ້ຈະຕໍ່ສູ້ເພື່ອປົດປ່ອຍ Haiti ອອກຈາກ “ກຳມືຂອງບັນດານັກການເມືອງທີ່ເປັນມູນເຊື້ອ ແລະ ພວກຫົວໂປ່ຂອງການສໍ້ລາດບັງຫລວງ”.

ຕອບກັບ

ຂ່າວ/ບົດ​ອື່ນ