ກຳລັງປ້ອງກັນຄວາມສະຫງົບຝລັ່ງ ລ້ອມຈັບຕົວ ຜູ້ຖືກສົງໄສບຸກໂຈມຕີສຳນັກວາລະສານ Charlie Hebdo 2 ຄົນ

ກຳລັງປ້ອງກັນຄວາມສະຫງົບຝລັ່ງ ລ້ອມຈັບຕົວ ຜູ້ຖືກສົງໄສບຸກໂຈມຕີສຳນັກວາລະສານ Charlie Hebdo 2 ຄົນ - ảnh 1
ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົ​ບຝລັ່ງ ລ້ອມຈັບຕົວຜູ້ຖືກ​ສົງ​ໄສ​
ບຸກ​ໂຈມ​ຕີ​ສຳນັກ​ວາລະສານ Charlie Hebdo 2 ຄົນ
(ພາບ: Reuters)


(vovworld) – ວັນ​ທີ 08/01, ຝລັ່ງ ​ໄດ້ຜັນ​ຂະຫຍາຍ​ບັນດາ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເທດສະບານ​ເມືອງ Aisne ຢູ່​ທາງ​ທິດ​ເໜືອ​ຝລັ່ງ, ​ເຂດ​​ທີ່ພົບ​ເຫັນຕົວ​ການ 2 ຄົນ​ຖືກ​ສົງ​ໄສວ່າ​ໄດ້​ບຸກ​ໂຈມ​ຕີ​ສຳນັກ​ວາລະສານ Charlie Hebdo ​ເຮັດ​ໃຫ້ 12 ຄົນ​ເສຍ​ຊີວິດ. ສຳນັກ​ຂ່າວສານ​ຝລັ່ງ AFP ​ໃຫ້​ຮູ້​ວ່າ, ຫົວໜ່ວຍ​ຕ້ານ​ກໍ່​ການ​ຮ້າຍ​ຂອງ​ຕຳຫຼວດ​ຝລ່ັງ ພ້ອມ​ກັບ​ກຳລັງ​ພິ​ເສດ​ເຄິ່ງປະກອບ​ອາວຸດ ​ໄດ້​ຜັນ​ຂະຫຍາຍ​ຢູ່​ທຸກ​ແຫ່ງ​ໃນ​ເທດສະບານ​ເມືອງ, ​ເມື່ອ​ພົບ​ເຫັນ​ລົດ​ໂອ​ໂຕ​ຂອງ​ຜູ້​ຖືກ​ສົງ​ໄສ 2 ຄົນ​ປະ​ໄວ້​ຢູ່​ແຄມທາງ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່​ບາງ​ວິຫານ​ຂອງ​ຊາວ ມຸດ​ສລິ​ມ ​ໃນ​ເທດສະບານ​ເມືອງ Le Mans, ​ທິດຕາ​ເວັນ​ຕົກນະຄອນຫຼວງ​ປາຣີ ​ແລະ ​ເມືອງ Port la Nouvelle ​ໃກ້​ກັບ Narbonne, ຕັ້ງ​ຢູ່ທິດ​ຕາ​ເວັນ​ຕົກ​ນະຄອນຫຼວງ​ປາຣີ ຖືກ​​ເຜົາ​ໃນ​ຄໍ່າ​ຄືນ​ວັນ​ທີ 07/01. ​ແຕ່​​ໂຊກ​ດີບໍ່​​ມີ​ຜູ້​​ໃດ​ຮັບບາດ​​ເຈັບ ​ແລະ ​ເສຍ​ຊີວິດ.

        ​ໂດຍ​ໄດ້​ຮັບ​ຂ່າວ​ກ່ຽວ​ກັບ​ເຫດ​ບຸກ​ໂຈມ​ຕີສຳນັກ​ວາລະສານ Charlie Hebdo, ຢູ່​ປາຣີ, ​ໃນວັນ​ທີ 07/01 ​ເຮັດ​​ໃຫ້ 12 ຄົນ​ເສຍ​ຊີວິດ. ວັນ​ທີ 08/01, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ສົ່ງໂທລະ​ເລກ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ​ປະທານາທບໍດີ​ສ.ຝັລ່ງ Framcois Hollande. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ໄດ້ສົ່ງ​ໂທລະ​ເລກ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ ​ແລະ ຝາກ​ຄຳຢື້​ຢາມ​ຖາມ​ຂ່າວ​ເຖິງ​ທ່ານ​ນາຍົກລັດຖະມົນຕີ Manuel Valls. ​ແລະ ກໍ່​ໃນ​ວັນ​ດຽວ​ກັນທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຟ້າ​ມບິງ​ມິ​ງ ກໍ່​ໄດ້ໄດ້ສົ່ງ​ໂທລະ​ເລກ​ແບ່ງປັນ​ຄວາມ​ເສົ້າ​ສະຫຼົດ​ໃຈ​ເຖິງ​ທ່ານ​ລັດຖະມົນຕີວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຝລັ່ງ Laurent Fabius ​ເຊັ່ນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ