ກຳລັງປ້ອງກັນຄວາມສະຫງົບອາບການິດສຖານຍາດຄືນນະຄອນKunduzໄດ້60%

ກຳລັງປ້ອງກັນຄວາມສະຫງົບອາບການິດສຖານຍາດຄືນນະຄອນKunduzໄດ້60% - ảnh 1
ກຳລັງປ້ອງກັນຄວາມສະຫງົບອາບການິດສຖານ
ຍາດຄືນນະຄອນKunduzໄດ້60%
(ພາບ: hanoimoi)


(vovworld) – ວັນ​ທີ 11/10, ກຳລັງປ້ອງ​ກັນ​ຄວາມ​ສະຫງົບ​​ແຫ່ງ​ຊາດອາບ​ກາ​ນິດ​ສຖານ ​(ANSF) ແຈ້ງວ່າ ​​​ໄດ້​ຍືດຄອງ​ຄືນນະຄອນ Kunduz, ທາງ​ພາກ​ເໜືອຂອງ​ປະ​ເທດ​ນີ້, ຈາກ​ພວກ​ກະບົດ Taliban ​ໄດ້ 60% ​ແລ້ວ. ຕາມ​ກຳລັງ​ຕຳຫຼວດ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ສາທາລະນະ​ອາບ​ກາ​ນິດ​ສຖານ​ ​ແລ້ວ, ANSF ຄວບ​ຄຸມ​​ນະຄອນໄດ້​ສ່ວນ​ຫຼາຍ​, ກອງທັບ ​ແລ​ະ ຕຳຫຼວດ​ຍັງ​ພວມ​ສືບ​ຕໍ່ຕີ​ຂັບ​​ໄລ່​ພວກ​ກະບົດ​​ໃຫ້ອອກ​ຈາກ​ນະຄອນ. ​ໃນ​ບັ້ນ​ຮົບ​ຂັບ​ໄລ່ພວມ​ດຳ​ເນີນ​ໄປນັ້ນ, ມີ​ມື​ປືນຂອງ​ພວກ​ກະບົດ 500 ຄົນ​ຖືກ​ດັບ​ສູນ ​ໃນ​ຮອບ​ເວລາ 10 ວັນຜ່ານ​ມາ.

        ​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ວົງ​ການ​ເຈົ້າ​ໜ້າ​ທີ່​ກອງທັບ​ອາບ​ກາ​ນິດ​ສຖານ ​ໃຫ້​ຮູ້​ວ່າ, ມີມື​ປືນ Taliban 15 ຄົນ, ​ໃນ​ນັ້ນ​ມີ​ຜູ້​ບັນຊາ​ຫຼັກ​ແຫຼ່ງຂອງ​ພວກ​ກະບົດ ​1 ຄົນຖືກ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ດັບ​ສູນ ຢູ່​​ແຂວງ​ Farah, ທາງ​ທິດຕາ​ເວັນ​ຕົກ​ຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ