ກຳລັງປ້ອງກັນຊາຍແດນຫວຽດນາມ - ລາວ ຊຸກຍູ້ການຮ່ວມມື

ກຳລັງປ້ອງກັນຊາຍແດນຫວຽດນາມ - ລາວ ຊຸກຍູ້ການຮ່ວມມື - ảnh 1
ພົນ​ຕີ ຫວໍ​ຈ້ອງ​ຫວຽດ, ຜູ້​ບັນຊາ​ການ​ທະຫານ​ຊາຍ​ແດນ
ຫວຽດນາມ ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກຢູ່​ລາວ
(ພາບ: baomoi.com)


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ​ແລະ ​ເຮັດ​ວຽກຢູ່​ລາວ, ວັນ​ທີ 12/11, ຄະນະ​ຜູ້​ແທນ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ​ໂດ​ຍພົນ​ຕີ ຫວໍ​ຈ້ອງ​ຫວຽດ, ຜູ້​ບັນຊາ​ການ​ທະຫານ​ຊາຍ​ແດນ​ເປ​ັນຫົວໜ້າ​ຄະນະ, ​ໄດ້​ມີ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ກົມ​ຊາຍ​ແດນ ​ແລະ ​ແຜນ​ທີ​ສັງກັດກົມ​ໃຫຍ່​ເສນາ​ທິການ​ກອງທັບ​ປະຊາຊົນ​ລາວ, ​ໂດຍ​ພັນ​ເອກ, ຫົວໜ້າ​ກົມ ພັນ​ພຸດ​ທະ​ວົງ ນຳ​ໜ້າ. 2 ຝ່າຍ​ຢືນຢັນ​ວ່າ ​ໃນ​ໄລຍະ​ຜ່ານ​ມາ, ​ໄດ້​ມີ​ການ​ສົມທົບ​ກັນ​ເປັນ​ຢ່າງ​ດີຕໍ່​ເລື່ອງ​ສຶກສາ​ອົບຮົມປະຊາຊົນ 2 ປະ​ເທດ​ຫວຽດນາມ - ລາວ ​ປະຕິບັດ​ບັນດາ​ສັນຍາ 2 ຝ່າຍຢ່າງ​ເຂັ້ມ​ງວດ, ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນຊາ​ຍ​ແດນ; ຈັດ​ຕັ້ງ​ລາຍການ​ແຮກສ່ຽວ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ເຂດ​ຊາຍ​ແດນ​ເພື່ອ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ລະມັດລະ​ວັງ ​ແລະ ​ເຂົ້າ​ໃຈ​ແຈ້ງ​ກົນ​ອຸບາຍມ້າງເພ​ທຳລາຍຂອງ​ບັນດາ​ກຳລັງ​ທີ່​ເປັຍ​ປໍ​ລະ​ປັກ. ຫວຽດນາມ ​ແລະ ລາວ ​ໄດ້​ຜັນ​ຂະຫຍາຍ​ວຽກ​ງານ​ລາດ​ຕາ​ເວນຢ່າງ​ແໜ້ນ​ແຟ້ນ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ບັນດາ​ອົງການ​ຈັດ​ຕັ້ງ, ວິ​ສາ​ຫະກິດ, ພົນລະ​ເມືອງ 2 ປະ​ເທດ​ໄປມາ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ, ​ໄປ​ທ່ອງ​ທ່ຽວ ​ແລະ ຮ່ວມ​ມື​ລົງທຶນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ສືບ​ຕໍ່​ປະຕິບັດ​ບັນດາ​ສັນຍາກ່ຽວ​ກັບ​ກົດ​ລະບຽບ​ຊາຍ​ແດນ ​ແລະ ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ໂດຍ​ໄວ​ຢ່າງ​ເຂັ້ມ​ງວດ ​ເພື່ອ​ແນ​ໃສ່​ສ້າງ​ເຂດ​ຊາຍ​ແດນ​ຂອງ 2 ປະ​ເທດ​ມີ​ສັນຕິພາບ, ມິດຕະພາບ ​ແລະ ຮ່ວມ​ມື​ພ້ອມ​ກັນ​ພັດທະນາ.

ຂ່າວ/ບົດ​ອື່ນ