ກຳລັງສະໜັບສະໜູນລັດຖະບານYemenບັນລຸບາດກ້າວຢູ່ທາງພາກໃຕ້

ກຳລັງສະໜັບສະໜູນລັດຖະບານYemenບັນລຸບາດກ້າວຢູ່ທາງພາກໃຕ້ - ảnh 1
(ພາບປະກອບ: AFP/TTXVN)

​​(vovworld) -  ວັນ​ທີ 26/07, ບັນດາ​ກຳລັງ​ຈົ່ງຮັກ​ພັກດີ​ກັບ​ທ່ານ​ປະທານາທິບໍດີ Yemen, Mansour Hadi ຍັງ​ສືບ​ຕໍ່​ ຕໍ່ສູ້ກັບ​ພວກ​ກະ​ບົດ Houthi ຢູ່​ເຂດ​ຊານ​ນະຄອນ​ທາງ​ທິດເໜືອ​ຂອງ Aden ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ສິດ​ຄວບ​ຄຸມ​ນະຄອນ​ທ່າ​ກໍ່າ​ປັ່ນ​ນີ້ ກ່ອນ​ທີ່​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳ​ຂອງ​ທະຫານ​ປະສົມ ອາຣັບ ມີ​ຜົນ​ສັກ​ສິດ. ບັນດາ​ກຳ​ລັງຈົ່ງຮັກ​ພັກດີ​ກັບ​ທ່ານ​ປະທານາທິບໍດີ Mansour Hadi ​ໄດ້​ຕີ​​ພວກ​ກະບົດ​ອອກ​ຈາກ​​ເທດສະບານ Sabr, ​ທີ່ເຊື່ອມ​ຕໍ່ Aden ກັບ​ເມືອງ​ເອກ Huta ຂອງ​ແຂວງ Lahj. ​ເປົ້າ​ໝາຍ​ຕໍ່​ໄປ​ຂອງ​ກຳລັງ​ນີ້​ຈະ​ແມ່ນ Huta ກ່ອນ​ທີ່ກ້າວ​ໄປ​ເຖິງ Al Anad, ຖານ​ທີ່​ໝັ້ນ​​ເຫຼົ່າ​ທັບ​ອາກາດ​ໃຫຍ່​ກວ່າ​ໝູ່​ຂອງ Yemen.

ຂ່າວ/ບົດ​ອື່ນ