ກຳລັງສະໜັບສະໜູນລັດຖະບານເຢແມນຍາດໄຊຊະນະຕື່ມອີກຢູ່ພາກໃຕ້

ກຳລັງສະໜັບສະໜູນລັດຖະບານເຢແມນຍາດໄຊຊະນະຕື່ມອີກຢູ່ພາກໃຕ້ - ảnh 1
(ພາບປະກອບ: AFP/TTXVN)

​​(vovworld) - ວັນ​ທີ 10/08, ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ລັດຖະບານ​ເຢ​ແມນ ​ແຈ້ງວ່າ, ​ໄດ້​ຢືດຄອງ​ແຂວງ Abyan ຄືນ​ໃໝ່ຈາກ​ພວກ​ກະບົດ Houthi ​ໃນ​ບັ້ນ​ບຸກ​ໂຈມ​ຕີຢູ່​​ພາກ​ໃຕ້. ບັນ​ດາ​ເຈົ້າ​ໜ້າ​ທີ່​ກອງທັບ​ສະ​ໜັບສະ​ໜູນ​ປະ​ທາ​ນາ​ທິບໍ​ດີ​ເຢ​ແມນ Abedrabbo Mansour Hadi ຖະ​ແຫຼ​ງວ່າ, ​ໄດ້​ຢືດຄອງ​ເທດສະບານ Loder, ​ເຊິ່ງ​ແມ່ນ​ແຫ່ງ​ສຸດ​ທ້າຍ​ທີ່​ຖືກ​ຕົກ​ໃສ່​ກຳມື Houthi ຄືນ​ໃໝ່. ​ແຫຼ່ງຂ່າວສາທາລະນະ​ສຸກໃຫ້​ຮູ້​ວ່າ, ພຽງ​ໃນ​ເວລາ 24 ​ຊົ່ວ​ໂມງ​ຜ່ານ​ມາ, ​ໄດ້​ມີພົນທະຫານ 16 ຄົນ​ເສຍ​ຊີວິດ ​ແລະ ຫຼາຍ​ຄົນ​ຮັບ​ບາດ​ເຈັບຢູ່ Abyan, ຕົ້ນ​ຕໍ່​ແມ່ນ​ຍ້ອນ​ພວດ​ກະບົດວາງ​ລະ​ເບີດເມື່ອ​ຖອນ​ອອກ. ຕາມ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ​​ແລ້ວ, ​ໃນ​ຈຳນວນ​ຜູ້​ຮັບ​ບາດ​ເຈັບ​ມີ​ຮອງປະທານ​ສະພາ​ແຫ່ງ​ຊາດ ​ແລະ ອະ​ດີດ​ລັດຖະມົນຕີ​ວ່າການ​ກະຊວງ​ພາຍ​ໃນ.

ຂ່າວ/ບົດ​ອື່ນ