ກຳລັງສະໜັບສະໜູນລັດຖະບານເຢແມນຢືດຄອງເມືອງເອກຍຸດທະສາດຢູ່ພາກໃຕ້ຄືນໃໝ່

ກຳລັງສະໜັບສະໜູນລັດຖະບານເຢແມນຢືດຄອງເມືອງເອກຍຸດທະສາດຢູ່ພາກໃຕ້ຄືນໃໝ່ - ảnh 1
ກຳລັງຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ​ຜູ້​ຖືກ​​ໂຄນ​ລົ້ມ Ali Abdullah Saleh
(ພາບ: AFP/TTXVN)

(vovworld) - ​ວັນ​ທີ 9/8,  ​ກຳລັງ​ສະໜັບສະໜູນ​ລັດຖະບານ​ ເຢ​ແມນ ​ຢືດຄອງ​ເມືອງ​ເອກ​Zinjibar ຂອງ​ແຂວງ Abyan ​ທາງ​ພາກ​ໃຕ້​ຂອງ​ປະ​ເທດ​ນີ້​ຈາກ​ກຳ​ມືຂອງ​ກຳລັງຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ​ຜູ້​ຖືກ​​ໂຄນ​ລົ້ມ Ali Abdullah Saleh ແລະ ພວກ​ທະ​ຫານ​ກະບົດ Houthi ກຳລັງ​ສະໜັບສະໜູນ​ລັດຖະບານ​ ເຢ​ແມນ​, ດ້ວຍ​ການ​ໜູນ​ຊ່ວຍ​ຈາກ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ​ກຳລັງ​ທະຫານ​ປະສົມ ​ໂດຍ​ຊາ​ອຸ​ດິ ອາຣາ​ເບຍ ນຳ​ໜ້າ​ໄດ້​ບຸກ​ເຂົ້າ​ນະຄອນ​ແຄມ​ທະ​ເລ​ນີ້ ພາຍຫຼັງ​ໄດ້​ຜ່າ​ນຮົ້ວ​ປ້ອງ​ກັນ​ຂອງ​ກຳລັງ​ຈົ່ງ​ຮັກ​ພັກດີ​ກັບ​ປະທານາທິບໍດີ​ຜູ້​ຖືກ​​ໂຄນ​ລົ້ມ Ali Abdullah Saleh ຕາມ​ແຫຼ​່ງຂ່າວ​ຈາກ​ອົງການ​ການ​ແພດ, ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ 19 ຄົນ ​ແລະ 163 ຄົນ​ໄດ້​ຮັບ​ບາດ​ເຈ​ັບ​ ໃນ​ວັນ​ທີ 8 - 9/8 ຢູ່​ນະຄອນ Zinjibar ​ແລະ ບໍລິ​ເວ​ັນອ້ອມ​ຂ້າງ.

ຂ່າວ/ບົດ​ອື່ນ